ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ: ລົງທຶນໃຫ້ການປະຕິຮູບດ້ານການບໍລິຫານແມ່ນການລົງທຶນເພື່ອການພັດທະນາ
ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ: ລັດຖະບານ, ນາຍົກລັດຖະມົນຕີ ຍາມໃດກໍ່ຖືການປະຕິຮູບດ້ານການບໍລິຫານແມ່ນໜ້າທີ່ບຸກທະລຸຍຸດທະສາດຍ້ອນວ່າ ການລົງທຶນໃຫ້ແກ່ການປະຕິຮູບດ້ານການບໍລິຫານແມ່ນການລົງທຶນເພື່ອການພັດທະນາ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການຕ້ອງປະຕິບັດວິທີການຫຼຸດຜ່ອນ, ຫັນຂໍ້ກຳນົດດຳເນີນທຸລະກິດ ແລະ ແບ່ງຂັ້ນແກ້ໄຂການປະຕິບັດລະບຽບການບໍລິຫານເປັນງ່າຍດາຍໂດຍໄວ, ເຊື່ອມຕໍ່, ຮວບຮ່ວມ, ແບ່ງປັນບັນດາຂໍ້ມູນຂ່າວສານເພື່ອຮັບໃຊ້ໃຫ້ແກ່ການຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ.
ສຳລັບຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຍືນສະເໜີຕໍ່ສະພາປະຊາຊົນປະກາດໃຊ້ບັນດານະໂຍບາຍຍົກເວັ້ນ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ຄ່າການບໍລິການນຳໃຊ້ການບໍລິການສາທາລະນະແບບທາງໄກ, ການຊຳລະແບບທາງໄກເພື່ອສົ່ງເສີມປະຊາຊົນ, ວິສາຫະກິດເຂົ້າຮ່ວມປະຕິບັດ…