• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ອານ​ຢາງ, ດົ່ງ​ທາບ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີ ຕາແສງ ເທີຍເຊີນ, ແຂວງອານຢາງ ແລະ ຕາແສງ ໝີຮຽບ, ແຂວງດົ່ງທາບ ຮັກສາການເຄື່ອນໄຫວເປັນປົກກະຕິຕາມຮູບແບບການປະຕິບັດລະບຽບການບໍລິຫານໃໝ່ກະກຽມໃຫ້ກອງປະຊຸມໃຫຍ່ທຸກຂັ້ນຂອງພັກໃຫ້ເປັນຢ່າງດີ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ

ໂດຍສືບຕໍ່ໂຄງການປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ໃນວັນທີ 21 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ການເຄື່ອນໄຫວຂອງສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະຢູ່ຕາແສງ ເທີຍເຊີນ (ຕາແສງຕິດກັບຊາຍແດນ), ແຂວງ ອານຢາງ ແລະ ຕາແສງ ໝີຮຽບ, ແຂວງດົ່ງທາບ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີ ຕາແສງ ເທີຍເຊີນ, ແຂວງອານຢາງ ແລະ ຕາແສງ ໝີຮຽບ, ແຂວງດົ່ງທາບ ຮັກສາການເຄື່ອນໄຫວເປັນປົກກະຕິຕາມຮູບແບບການປະຕິບັດລະບຽບການບໍລິຫານໃໝ່ກະກຽມໃຫ້ກອງປະຊຸມໃຫຍ່ທຸກຂັ້ນຂອງພັກໃຫ້ເປັນຢ່າງດີ. ກ່ຽວກັບການພັດທະນາເສດຖະກິດສັງຄົມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າແຂວງອານຢາງ ແລະ ແຂວງດົ່ງທາບມານະພະຍາຍາມບັນລຸການເຕີບໂຕຢູ່ລະດັບສູງກ່ວາ 8%, ສຸມໃສ່ເຂົ້າການລົງທຶນສາທາລະນະ, ກະຕຸ້ນການບໍລິໂພກ, ການສົ່ງອອກ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ. ພ້ອມທັງຕັ້ງໜ້າເບິ່ງແຍງດູແລຊີວິດດ້ານວັດຖຸແລະຈິດໃຈຂອງປະຊາຊົນ, ສົ່ງເສີມປະຊາຊົນເຂົ້າຮ່ວມການສ້າງແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງພັກ, ລັດ.

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງກະຊວງປ້ອງກັນປະເທດ ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

Top