ຕອນເຊົ້າວັນທີ 29 ເມສາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba Shigeru ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຍີ່ປຸ່ນ ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 27 – 29 ເມສາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ.
ໃນການພົບປະ, ເຈລະຈາ, ການນຳ ຫວຽດນາມ ຢັ້ງຢືນວ່າ ການຢ້ຽມຢາມນີ້ມີຄວາມໝາຍສຳຄັນ, ປະກອບສ່ວນເປີດໄລຍະພັດທະນາໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ການນຳສອງປະເທດເຫັນດີສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເຊັ່ນ: ສປຊ, ອາຊຽນ.
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກແຈ້ງການສື່ມວນຊົນຮ່ວມ ຫວຽດນາມ - ຍີ່ປຸ່ນ.