• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ສຽງ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ສຽງ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ
ນາຍົກລັດຖະມົນຕີ ຈີນ ຫຼີສຽງ ສິ້ນສຸດການຢ້ຽມຢາມ ຫວຽດນາມຢ່າງເປັນທາງການ (ພາບ: TTXVN)

ຕອນເຊົ້າວັນທີ 14 ຕຸລາ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ແລະ ຄະນະຜູ້ແທນຂັ້ນສູງ ຈີນ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ, ໃນລະຫວ່າງວັນທີ 12 – 14 ຕຸລາ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ໃນເວລາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ພ້ອມກັບຄະນະຜູ້ແທນຂັ້ນສູງ ລັດຖະບານ ຈີນ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານປະທານໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ພ້ອມກັບນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີຕ້ອນຮັບ, ເຈລະຈາ, ເປັນສັກຂີພິຍານພິທີມອມຮັບເອກະສານຮ່ວມມືລະຫວ່າງສອງປະເທດ, ການໂອ້ລົມສົນທະນາວິສາຫະກິດຫວຽດນາມ - ຈີນ, ຢ້ຽມຢາມເຂດວາງສະແດງຜະລິດຕະພັນກະເສດຫວຽນາມ ຈຳນວນໜຶ່ງທີ່ໄດ້ສົ່ງອອກໄປຍັງຈີນ, ຮັບຊົມວັດທະນະທຳພື້ນເມືອງຫວຽດນາມ ແລະ ເຂົ້າຮ່ວມງານລ້ຽງ. ທ່ານນາຍົກລັດຖະມົນຕີ ຫຼີສຽງ ກໍ່ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ຫວຽດນາມເຈິ່ນແທັງເໝິນ.

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top