• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ຮັບ​ໄຊ​ຊະ​ Peatongtarn Shinawatra - ຂົວ​ຕໍ່​ລຸ້ນຄົນ​ຕ່າງໆ​ຊຸກ​ຍູ້ ໄທ ພັດ​ທະ​ນາ

ຕອນບ່າຍວັນທີ 16 ສິງຫາ, ທ່ານປະທານສະພາຜູ້ແທນລາດຊະດອນ ໄທ, Wan Noor ໄດ້ຍືນໃບສະເໜີ ທ່ານນາງ Paetongtarn Shinawatra ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຄົນທີ 31 ຂອງ ໄທ ເພື່ອຂໍການຮັບຮອງຈາກ ພະບໍລົມວົງສານຸວົງ, ດ້ວຍແຜນການຈະຈັດພິທີມອບ - ຮັບໜັງສືໃຫ້ສັດຕະຍາບັນຈາກ ພະບໍລົມວົງສານຸວົງ ໃນວັນທີ 18 ສິງຫາ.
ທ່ານນາງນາຍົກລັດຖະມົນຕີຜູ້ຮັບໄຊຊະ Peatongtarn Shinawatra - ຂົວຕໍ່ລຸ້ນຄົນຕ່າງໆຊຸກຍູ້ ໄທ ພັດທະນາ (ພາບ: Thairath)

ກ່ອນໜ້ານັ້ນ, ເມື່ອກ່າວຄຳເຫັນໃນການປະຊຸມຖະແຫຼງຂ່າວ ພາຍຫຼັງໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນນາຍົກລັດຖະມົນຕີ ໄທ ໃນຕອນບ່າຍວັນທີ 16 ສິງຫາ, ທ່ານນາງ Paetongtarn Shinawatra ຢັ້ງຢືນວ່າ ຈະມານະພະຍາຍາມຈົດສຸດຄວາມສາມາດຂອງຕົນໃນບົດບາດໃໝ່ ເພື່ອປົວແປງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຫຼາຍກວ່າອີກ ແລະ ມອບສິດໃຫ້ແກ່ປະຊາຊົນ ໄທ ທຸກຄົນ.      

ດ້ວຍຈຳນວນບັດສະໜັບສະໜູນ 319 ບັດ, ບັດຄ້ານ 145 ບັດ ແລະ ບັດຂາວ 27 ບັດ ໃນຈຳນວນບັດເລືອກຕັ້ງທັງໝົດ 491 ບັດ, ທ່ານນາງ Paetongtarn ໄດ້ກາຍເປັນນາຍົກລັດຖະມົນຕີເພດຍິງຄົນທີ 2 ໃນປະຫວັດສາດຂອງ ໄທ ແລະ ແມ່ນສະມາຊິກຄົນທີ 3 ໃນຄອບຄົວ Shinawatra ຮັບດຳລົງຕໍາແໜ່ງດັ່ງກ່າວ.

ຫາງສຽງ ໄທ ໄດ້ມີການຕີລາຄາຢ່າງຕັ້ງໜ້າກ່ຽວກັບເລື່ອງ ທ່ານນາງ Paetongtarn ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດ, ໂດຍຖືວ່າ ທ່ານນາງ Paetongtarn ດ້ວຍອາຍຸທີ່ຍັງໜຸ່ມ ແລະ ການຊ່ວຍເຫຼືອຂອງຖັນແຖວຊ່ວຍວຽກທີ່ມີປະສົບການຊຳນານງານນັ້ນ, ສາມາດຊ່ວຍສ້າງສາຍສຳພັນລະຫວ່າງຄົນລຸ້ນໜຸ່ມ ກັບລຸ້ນເກົ່າ ຢູ່ ໄທ.

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ວັນທີ 21 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການປຶກສາຫາລືເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່. ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເປັນປະທານວາລະປຶກສາຫາລື.

Top