• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ເຂົ້າຮ່ວມການຖະແຫຼງຂ່າວປະກາດໝາກຜົນຂອງກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ 10

ເຂົ້າຮ່ວມການຂ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ບັນດາການນຳໄດ້ປຶກສາຫາລື ແລະ ເປັນເອກະພາບທິດທາງສຳລັບການຮ່ວມມືຂອງ 6 ປະເທດໃນໄລຍະຈະມາເຖິງ. ເມື່ອໃຫ້ຂ່າວກ່ຽວກັບຂໍ້ຕົກລົງຍົກລະດັບການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ

ການນຳປະເທດບັນດາເຂົ້າຮ່ວມກອງປະຊຸມ

ຕອນເຊົ້າວັນທີ 9 ຕຸລາ, ຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 10 ໄດ້ຈັດພິທີໄຂ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້. ພາຍຫຼັງກອງປະຊຸມໄດ້ອັດລົງ, ການນຳປະເທດຕ່າງໆກໍ່ໄດ້ດຳເນີນການຖະແຫຼງຂ່າວ.

        ທີ່ການປະຊຸມຂ່າວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເນັ້ນໜັກເຖິງຜົນສຳເລັດຂອງກອງປະຊຸມ ແລະ ໃຫ້ຮູ້ວ່າ: ສິ່ງດັ່ງກ່າວໄດ້ນຳມາເຊິ່ງຄວາມໝາຍຫຼາຍຢ່າງສຳລັບການຮ່ວມມື ແມ່ຂອງ - ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ຊີ້ແຈ້ງພາກພື້ນແມ່ຂອງ ມີຄວາມສາມາດບົ່ມຊ້ອນໃນການເຕີບໂຕ ແລະ ຄວາມວັດທະນາຖາວອນຫຼາຍຢ່າງ, ເມື່ອບັນດາປະເທດໃນພາກພື້ນພ້ອມກັນຮ່ວມມືຈະສ້າງຄວາມວັດທະນະຖາວອນ.

        ເຂົ້າຮ່ວມການຂ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ບັນດາການນຳໄດ້ປຶກສາຫາລື ແລະ ເປັນເອກະພາບທິດທາງສຳລັບການຮ່ວມມືຂອງ 6 ປະເທດໃນໄລຍະຈະມາເຖິງ. ເມື່ອໃຫ້ຂ່າວກ່ຽວກັບຂໍ້ຕົກລົງຍົກລະດັບການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:

        “ກອງປະຊຸມກໍ່ໃຫ້ຂໍ້ສັງເກດວ່າ, ໃນສະພາບແວດລ້ອມແຫ່ງການພັດທະນາມີການຜັນແປຫຼາຍຢ່າງ, ເລື່ອງເພີ່ມທະວີການເຊື່ອມຕໍ່ລະຫວ່າງ ຍີ່ປຸ່ນ ແລະ ບັນດາປະເທດ ແມ່ນ້ຳຂອງ ເປີດກ້ວາງ ແລະ ເຮັດໃຫ້ການຮ່ວມມືຫຼາຍດ້ານເລິກເຊິ່ງກ່ວາອີກແມ່ນຈຳເປັນທີ່ສຸດເພື່ອຜົນປະໂຫຍດລວມຂອງທຸກຝ່າຍ.  ດັ່ງນັ້ນ, ຂໍ້ຕົກລົງຍົກລະດັບການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ແມ່ນເໝາະສົມ, ທັງສ່ອງແສງໄດ້ເນື້ອໃນ, ຈຸດໝາຍຂອງການພົວພັນ, ພ້ອມທັງສ້າງພື້ນຖານໃຫ້ແກ່ການພັດທະນາຂອງການຮ່ວມມືໃນອະນາຄົດ.”

        ທີ່ການຖະແຫຼງຂ່າວ, ການນຳບັນດາປະເທດໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມ, ພິເສດແມ່ນການຮັບຮອງເອົາຍຸດທະສາດໂຕກຽວ 2018 ດ້ວຍ 3 ເສົາຄ້ຳຕົ້ນຕໍເພື່ອຊຸກຍູ້ການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ກ່ວາອີກ. ພ້ອມນັ້ນກໍ່ມີຄວາມເຫັນດີເຫັນພ້ອມກັບ ຍີ່ປຸ່ນໃນການຈັດຕັ້ງບັນດາເຫດການຂອງປີພົວພັນແລກປ່ຽນ ແມ່ນ້ຳຂອງ - ຍີ່ປຸ່ນ 2019. ປະເທດຕ່າງໆກໍ່ຫວັງວ່າ ຍີ່ປຸ່ນ ຈະສືບຕໍ່ຊຸກຍູ້ການລົງທຶນ ເຂົ້າບັນດາປະເທດແມ່ນ້ຳຂອງ ໃນຫຼາຍຂົງເຂດເຊິ່ງປະເທດຕ່າງໆມີຄວາມຕ້ອງການ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top