ຂ່າວສານ
ນາຍົກລັດຖະມົນຕີ ຫວຽດນາມ ໂຮມປະຊຸມກ່ຽວກັບການລົງທຶນກໍ່ສ້າງເສັ້ນທາງເຊື່ອມຕໍ່ສະໜາມບິນ ຢາບິ່ງ ກັບ ຮ່າໂນ້ຍ
ຕອນບ່າຍວັນທີ 23 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວກັບການກໍ່ສ້າງສະໜາມບິນ ຢາບິ່ງ (ບັກນິງ) ແລະ ເສັ້ນທາງເຊື່ອມຕໍ່ສະໜາມບິນ ຢາບິ່ງ ກັບນະຄອນຫຼວງ ຮ່າໂນ້ຍ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ປະຈຸບັນຫາກໍ່ມີພຽງສະໜາມບິນໃຫຍ່ຢູ່ ຮ່າໂນ້ຍ ແມ່ນສະໜາມບິນ ໂນ້ຍບ່າຍ, ເຊິ່ງປະຈຸບັນພວມເກີນຂອບເຂດຮັບໃຊ້. ສະນັ້ນ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ຕັ້ງຂຶ້ນແມ່ນ ຕ້ອງມີສະໜາມບິນທັງຮັບໃຊ້ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ທັງຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ຫຼຸດຜ່ອນສະພາບເກີນຂອບເຂດຮັບໃຊ້ໃຫ້ແກ່ສະໜາມບິນ ໂນ້ຍບ່າຍ. ທ່ານຊີ້ແຈ້ງວ່າ, ຕ້ອງວາງແຜນຜັງສະໜາມບິນ ຢາບິ່ງ ໃຫ້ກາຍເປັນສະໜາມບິນສາກົນ, ຂັ້ນ 4E ແລະ ຕ້ອງຜັນຂະຫຍາຍໄລຍະທີ 2 ຂອງສະໜາມບິນ ຢາບິ່ງ ໂດຍໄວໃນຈຸດເວລາທີ່ພວມກໍ່ສ້າງໄລຍະທີ 1, ຫຼີກລ່ຽງການເສຍເວລາ, ກຳລັງແຮງ, ແຫຼ່ງກຳລັງ.
ທ່ານນາຍົກລັດຖະມົນຕີກໍ່ສະເໜີການຄົ້ນຄວ້າທິດເສັ້ນທາງ ແລະ ວິທີການເຊື່ອມຕໍ່ສະໜາມບິນ ຢາບິ່ງ ກັບນະຄອນຫຼວງ ຮ່າໂນ້ຍ ດ້ວຍມາດຖານເຊື່ອມຕໍ່ໂດຍໄວທີ່ສຸດ, ບັນລຸປະສິດທິຜົນທີ່ສຸດ, ກໍ່ສ້າງສຳເລັດໃນເວລາໄວສຸດແມ່ນ 2 ປີ.








