• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ແລະ ສິງກະໂປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ

ທີ່ການພົບປະແລກປ່ຽນ, ບັນດານັກສຶກສາມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ສະແດງຄວາມສົນໃຈເຖິງນະໂຍບາຍກ່ຽວກັບການສຶກສາ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂອງສິງກະໂປ; ການພົວພັນຮ່ວມມືເສດຖະກິດດີຈີຕອນ - ເສດຖະກິດສີຂຽວລະຫວ່າງສອງປະເທດ...
ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ສິງກະໂປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ (ພາບ: ເຢືອງຢາງ/TTXVN))

ຕອນເຊົ້າວັນທີ 29 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ແລະ ພັນລະຍາ ຢ້ຽມຢາມ ໄດ້ລົງມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ໄດ້ພົບປະແລກປ່ຽນກັບນັກສຶກສາ, ເນື່ອງໃນໂອກາດການມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ແຕ່ວັນທີ 27  29 ສິງຫາ.

ທີ່ການພົບປະແລກປ່ຽນ, ບັນດານັກສຶກສາມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ສະແດງຄວາມສົນໃຈເຖິງນະໂຍບາຍກ່ຽວກັບການສຶກສາ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂອງສິງກະໂປ; ການພົວພັນຮ່ວມມືເສດຖະກິດດີຈີຕອນ - ເສດຖະກິດສີຂຽວລະຫວ່າງສອງປະເທດ; ບັນດາປະສົບການ, ບົດຮຽນອັນລ້ຳຄ່າໃນເສັ້ນທາງແຫ່ງການຮ່ຳຮຽນ, ຝືກຝົນຫຼໍ່ຫຼອມເພື່ອບັນລຸຜົນສຳເລັດຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ; ນະໂຍບາຍຊຸກຍູ້ການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ ສິງກະໂປ ກັບ ຫວຽດນາມ, ພິເສດໃນບາງຂົງເຂດຄົ້ນຄ້ວາ, ນະວັດຕະກຳ, ປັນຍາປະດິດ, ຄວາມຄາດຫວັງຂອງບັນດາການນຳສຳລັບລຸ້ນໜຸ່ມ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ແບ່ງປັນ, ຕອບບັນດາຄຳຖາມຂອງບັນດານັກສຶກສາ.

ເນື່ອງໃນໂອກາດນີ້, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລແຫ່ງຊາດ ໂຮ່ຈີມິນ ພ້ອມກັບມະຫາວິທະຍາໄລ ເຕັກໂນໂລຊີ Nanyang (NTU - ສິງກະໂປ), ລົງນາມຂໍ້ຕົກລົງຮ່ວມມືລະຫວ່າງບັນດາມະຫາວິທະຍາໄລໃນຂົງເຂດແລກປ່ຽນພະນັກງານ, ຄູອາຈານ, ນັກສຶກສາ ແລະ ຄົ້ນຄ້ວາ ວິທະຍາສາດ.

(ແຫຼ່ງຄັດຈາກ VOV)

ການເລືອກຕັ້ງວັນທີ 15 ມີນາ ແມ່ນບາດກ້າວຫຼັກແຫຼ່ງເພື່ອນຳ ຫວຽດນາມກ້າວເຂົ້າສູ່ຍຸກພັດທະນາໃໝ່ຢ່າງໝັ້ນແກ່ນ

ການເລືອກຕັ້ງວັນທີ 15 ມີນາ ແມ່ນບາດກ້າວຫຼັກແຫຼ່ງເພື່ອນຳ ຫວຽດນາມກ້າວເຂົ້າສູ່ຍຸກພັດທະນາໃໝ່ຢ່າງໝັ້ນແກ່ນ

ທ່ານເອກອັກຄະລັດຖະທູດ ສະແດງຄວາມປະທັບໃຈຕໍ່ວິວັດການກະກຽມການເລືອກຕັ້ງຢ່າງພິຖິພິຖັນ, ພິເສດແມ່ນການເອົາຄຳເຫັນຂອງປະຊາຊົນຢ່າງກວ້າງຂວາງ ແລະ ວຽກງານພະນັງງານຢ່າງແໜ້ນແຟ້ນ.

Top