• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ເອກອັກຂະລັດຖະທູດສະໂລວະກີ

      ຕອນບ່າຍວັນທີ 11 ກັນຍາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດສະໂລວະກີ Igor Pacolak ມາກ່າວອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ.

ທ່ານເອກອັກຄະລັດຖະທູດສະໂລວະກີ Igor Pacolak ແລະ ທ່ານນາຍົກລັດຖະມົນຕີ
ຫງວຽນຊວນຟຸກ
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ້ງເຫວະ ຈະໄປຢ້ຽມຢາມ ສະໂລວະກີ ຢ່າງເປັນທາງການ ແລະ ປາຖະໜາວ່າຜ່ານການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະແລກປ່ຽນ, ເປັນເອກະພາບບັນດາມາດຕະການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ. ທ່ານນາຍົກລັດຖະມົນຕີ ປາຖະໜາວ່າ ສອງຝ່າຍຈະເພີ່ມທະວີບັນດາການຢ້ຽມຢາມຂັ້ນສູງເຊິ່ງກັນ ແລະ ກັນ ກໍ່ຄືແລກປ່ຽນບັນດາຄະນະວິສາຫະກິດສອງປະເທດ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າຈະສ້າງທຸກໆເງື່ອນໄຂໃຫ້ບັນດາວິສາຫະກິດ ສະໂລວະກີ ລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ແລະ ສະເໜີໃຫ້ຝ່າຍ ສະໂລວະກີ ສືບຕໍ່ສະໜັບສະໜູນ, ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ; ລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ. ສ່ວນ, ຫວຽດນາມ ກໍ່ພ້ອມແລ້ວທີ່ຈະໜູນຊ່ວຍເພື່ອໃຫ້ ສະໂລວະກີ ເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດສະມາຊິກ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top