• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມອຳລາ

ວັນທີ 9 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດງານການທູດຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ  ທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ຊຶ່ງໄດ້ປະຕິບັດບົດບາດເປັນຂົວເຊື່ອມຕໍ່ເປັນຢ່າງດີເພື່ອເພີ່ມທະວີສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ ຍັງມີຫຼາຍບັນຫາທີ່ຈະຕ້ອງເອົາໃຈໃສ່ຊຸກຍູ້ການຮ່ວມມື, ໃນນັ້ນ ມີບັນຫາຮ່ວມມືເສດຖະກິດ, ການເຕີບໂຕວົງເງິນການຄ້າ, ບັນດາໂຄງການຈຸດສຸມ….

    ໃຫ້ຂໍ້ສັງເກດສະພາບການພາກພື້ນ ແລະ ໂລກ, ໃນນັ້ນ ມີບັນຫາທະເລຕາເວັນອອກພວມສືບຕໍ່ຜັນແປຢ່າງສັບສົນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ 2 ປະເທດຄວນເພີີ່ມທະວີຄວາມສາມັກຄີ, ສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນໃນຂອບເຂດຮ່ວມມື ອາຊຽນ, ສູ້ຊົນປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ເພື່ອພ້ອມກັນພັດທະນາ.

    ສ່ວນທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ຢືນຢັນວ່າ ຈະມານະພະຍາຍາມ ເສີມສ້າງສາຍພົວພັນອັນດີງາມຫວຽດນາມ-ລາວ ໃຫ້ສົມກັບຄວາມຫວັງຂອງການນຳ ແລະ ປະຊາຊົນຂອງ 2 ປະເທດ.
(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ນະຄອນ ຫາຍຝ່ອງ ໄດ້ດຳເນີນກອງປະຊຸມຜູ້ແທນນັກປະພັນອາວຸໂສຄັ້ງທີ 1 ໂດຍສະມາຄົມນັກປະພັນ ຫວຽດນາມ ຈັດຂຶ້ນ.

Top