• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສູນນ້ຳນົມມົກເຈົາ

ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ເມືອງໂມກເຈົາແຂວງ ເຊີນລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສູນນ້ຳນົມມົກເຈົາ ໂດຍບໍລິສັດຫຸ້ນສ່ວນງົວພັນນົມມົກເຈົາ ແລະ ບໍລິສັດຫຸ້ນສ່ວນນ້ຳນົມ ຫວຽດນາມ ( Vinamilk) ລົງທຶນ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ  

ສູນນ້ຳນົມມົກເຈົາ ລວມມີ 2 ກິດຈະກຳຕົ້ນຕໍ: ຟາມຊີວະພາບ, ງົວພັນນົມເຕັກໂນໂລຢີສູງ ມົກເຈົາ ແລະ ໂຮງງານປຸງແຕ່ງນ້ຳນົມເຕັກໂນໂລຢີສູງມົກເຈົາ. ຟາມຊີວະພາບ, ງົວພັນນົມເຕັກໂນໂລຢີສູງ ມົກເຈົາ  ແມ່ນຮູບແບບຟາມລ້ຽງງົວນົມເຕັກໂນໂລຢີສູງສົມທົບກັບການທ່ອງທ່ຽວຊີວະພາບມີເນື້ອທີ່ທັງໝັດ 150 ເຮັກຕາ; ໂຮງງານປຸງແຕ່ງນ້ຳນົມເຕັກໂນໂລຢີສູງມົກເຈົາ ມີເນື້ອທີ 26 ເຮັກຕາ ດ້ວຍສະມັດຕະພາບການຜະລິດນ້ຳນົມແມ່ນ 500 ໂຕນຕໍ່ມື້ໃນໄລຍະທີ 1 ແລະ ອາດຈະຍົກລະດັບຂຶ້ນເຖິງ 1.000 ໂຕນຕໍ່ມື້ໃນໄລຍະທີ 2.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ນີ້ແມ່ນໂຄງການທີ່ມີຄວາມໝາຍຂຸດຄົ້ນຢ່າງແຮງ, ຊຸກຍູ້ການພັດທະນາຂະແໜງກະສິກຳຂອງເມືອງມົກເຈົາ ແລະ ແຂວງເຊີນລ່າ, ສ້າງເຄື່ອງໝາຍນ້ຳນົມມົກເຈົາ. ການຜັນຂະຫຍາຍໂຄງການນີ້ຢ່າງມີປະສິດທິຜົນ ຈະເປັນການປະກອບກຳລັງໜູນຕື່ມອີກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫວັງວ່າ ວິສາຫະກິດ, ປະຊາຊົນ ແລະ ລັດ, ອຳນາດການປົກຄອງທຸກຂັ້ນຢູ່ແຂວງເຊີນລາຈະສ້າງຄວາມກົມກ່ຽວດ້ານຜົນປະໂຫຍດເພື່ອການພັດທະນາ.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ລົງກວດກາ ແລະ ສຳຫຼວດຕົວຈິງຢູ່ ໂຄງການກໍ່ສ້າງທາງດ່ວນ ຮ່ວາບິ່ງ-ມົກເຈົາ.

(ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top