• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງເຂົ້າຮ່ວມ ກອງປະຊຸມທີ່ປຶກສາດ້ານການຄ້າປີ 2016

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ​ທີ່​ປຶກ​ສາ​ດ້ານ​ການ​ຄ້າ​ປີ 2016
          ຕອນ​ເຊົ້າ​ວັນ​ທີ 26/2, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ​ທີ່​ປຶກ​ສາ​ດ້ານ​ການ​ຄ້າ​ປີ 2016 ດ້ວຍ​ຈຸດ​ໝາຍ​ສູງ​ສຸດ​ແມ່ນ​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຍູ້​ແຮງ​ການ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຂາຍ​ໃຫ້​ຕ່າງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາ​ວະ​ທີ່​ຫວຽດ​ນາມ​ໄດ້​ລົງ​ນາມ ແລະ ພວມ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ໃໝ່ຫຼາຍ​ສະ​ບັບ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເນັ້ນ​ໜັກ​ວ່າ :
     “ ພວກ​ເຮົາ​ໄດ້​ເຊື່ອມ​ໂຍງ​ແລ້ວ, ໄດ້​ເປີດ​ກ້​ວາງ​ຕະຫຼາດ​ແລ້ວ, ປະ​ຈຸ​ບັນ, ພວກ​ເຮົາ​ຕ້ອງ​ຕ້ອງ​ສ້າງ​ເປັນ​ກົດ​ໝາຍ, ນິ​ຕິ​ກຳ​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເຄຶ່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ປະ​ຈຸ​ບັນ, ວຽກ​ງານ​ທຳ​ອິດ​ແມ່ນ​ຕ້ອງປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ, ລະ​ບຽບ​ການ​ບໍ​ລິ​ຫານ​ຕາມ​ທິດ​ເສດ​ຖະ​ກິດ​ຕະຫຼາດ​ທັນ​ສະ​ໄໝ, ສອດ​ຄ່ອງ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ”.
 (​ແຫຼ່ງຄັດ​ຈາກ VOV)
 

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top