• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປເຖິງສິງກະໂປ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ

      ຕ້ອນຮັບທ່ານນາຍົກລັດຖະມົນຕີ, ພັນລະຍາ ແລະ ຄະນະມີ ລັດຖະມົນຕີ ສິງກະໂປ, ຜູ້ຕາງໜ້າກະຊວງການຕ່າງປະເທດ ສິງກະໂປ ແລະ ຝ່າຍ ຫວຽດນາມ ມີພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ສິງກະໂປ

ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ສະໜາມບິນ 
      ເວລາ 14 ໂມງຂອງວັນທີ 13 ພະຈິກ (ຕາມເວລາທ້ອງຖິ່ນ, ກົງກັບເວລາ 13 ໂມງວັນດຽວກັນຕາມເວລາ ຮ່າໂນ້ຍ) ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງຮອດສະໜາມບິນ Changgi, ປະເທດສິງກະໂປ, ເລີ່ມຕົ້ນການເຂົ້າຮ່ວກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ຕ້ອນຮັບທ່ານນາຍົກລັດຖະມົນຕີ, ພັນລະຍາ ແລະ ຄະນະມີ ລັດຖະມົນຕີ ສິງກະໂປ, ຜູ້ຕາງໜ້າກະຊວງການຕ່າງປະເທດ ສິງກະໂປ ແລະ ຝ່າຍ ຫວຽດນາມ ມີພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ສິງກະໂປ.
        ຕາມແຜນການແລ້ວ, ຕອນບ່າຍວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີໄຂ ແລະ ວາລະປະຊຸມຄົບຄະນະຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33, ພ້ອມກັບບັນດາການນຳ ອາຊຽນ ປຶກສາຫາລືການຮ່ວມມື ແລະ ການເຊື່ອມສຳຜັດຢ່າງແຮງ, ການສ້າງປະຊາຄົມ ອາຊຽນ ຕາມເນື້ອໃນຈິດໃຈຂອງຫົວຂໍ້ໃນປີ 2018 ນັ້ນແມ່ນ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ” ແລະ ກຳນົດທິດໃຫ້ແກ່ ອາຊຽນ ໃນຊຸມປີຕໍ່ໆໄປ. ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບປະທານອາຫານຄ່ຳ ແລະ ເຮັດວຽກກັບບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມໂດຍທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ເປັນເຈົ້າພາບຈັດຕັ້ງ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top