• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດສາກົນ

ວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Kevin Mc Allister ຮອງປະທານຜູ້ບໍລິຫານ ກຸ່ມບໍລິສັດ Boeing , ປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດເຮືອນບິນພົນລະເຮືອນ Boeing ຂອງອາເມລິກາ; ປະທານກຸ່ມບໍລິສັດ  HSBC ຂອງອັງກິດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ແລະ ທ່ານ Kevin Mc Allister ຮອງປະທານຜູ້ບໍລິຫານ ກຸ່ມບໍລິສັດ Boeing

ທີ່ການຕ້ອນຮັບທ່ານ Kevin Mc Allister ຮອງປະທານຜູ້ບໍລິຫານ ກຸ່ມບໍລິສັດ Boeing, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາບໍລິສັດການບິນຫວຽດນາມ ຊຶ່ງຫາກໍເຊັນຂໍ້ຕົກລົງກັບ Boeing ແລະ ໃຫ້ຮູ້ວ່າ ກາລະໂອກາດທີ່ມີຕໍ່ຂະແໜງການບິນແມ່ນໃຫຍ່ຫຼວງທີ່ສຸດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ Boeing ຈະເພີ່ມທະວີການຮ່ວມມືຊ່ວຍບັນດາບໍລິສັດການບິນຫວຽດນາມໃນວຽກງານບຳລຸງຮັກສາເຮືອບິນ, ຍົກສູງລະດັບຄວາມປອດໄພ.

     ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍໄດ້ໃຫ້ການຕ້ອນຮັບ ທ່ານ Mark Tocker ປະທານກຸ່ມບໍລິສັດ  HSBC ຂອງອັງກິດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານຫວຽດນາມຈະມານະພະຍາຍາມ ບໍລິຫານນະໂຍບາຍເພື່ອສ້າງເສດຖະກິດມະຫາພາກເປັນປົກກະຕິ, ເປັນຕົ້ນແມ່ນການສ້າງນະໂຍບາຍສ້າງສະຖຽນລະພາບທາງດ້ານນະໂຍບາຍເງິນຕາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ກຸ່ມບໍລິສັດ  HSBC ເປີດກ້ວາງການພັດທະນາສູ່ຫຼາຍຂົງເຂດດຳເນີນທຸລະກິດໃໝ່ຢູ່ຫວຽດນາມໃນສະພາບການໃໝ່.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top