• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມສົນທະນາກັບຊາວກະສິກອນ

 ເຂົ້າຮ່ວມການໂອ້ລົມສົນທະນາກໍ່ຍັງມີທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ; ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ; ຜູ້ແທນ 600 ຄົນເຊິ່ງລວມມີການນຳບັນດາກະຊວງ, ຄະນະ, ຂະແໜງການ...

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ຫາຍເຢືອງ

ຕອນເຊົ້າວັນທີ 9 ເມສາ, ຢູ່ນະຄອນ ຫາຍເຢືອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໂອ້ລົມສົນທະນາກັບຊາວກະສິກອນກ່ຽວກັບຫົວຂໍ້ “ແກ້ໄຂສິ່ງຄ້າງຄາ, ສ້າງກຳລັງໜູນ, ສືບຕໍ່ທ່ວງທ່າ 30 ປີແຫ່ງການປ່ຽນໃໝ່”. ເຂົ້າຮ່ວມການໂອ້ລົມສົນທະນາກໍ່ຍັງມີທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ; ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ; ຜູ້ແທນ 600 ຄົນເຊິ່ງລວມມີການນຳບັນດາກະຊວງ, ຄະນະ, ຂະແໜງການ, ການນຳສະມາຄົມຊາວກະສິກອນບັນດາແຂວງ, ນະຄອນ; ບັນດານັກຊ່ຽວຊານ, ນັກວິທະຍາສາດ, ວິສາຫະກິດ.

        ຄະນະຈັດຕັ້ງໃຫ້ຮູ້ວ່າ: ໄດ້ຮັບຄຳຖາມປະມານ 1.000 ຂໍ້ຂອງຊາວກະສິກອນ ແລະ ປະຊາຊົນໃນທົ່ວປະເທດ ຝາກເຖິງນາຍົກລັດຖະມົນຕີ, ກ່ຽວຂ້ອງເຖິງກຸ່ມບັນຫາດ້ານຕະຫຼາດຂອງຜະລິດຕະພັນກະເສດ, ນະໂຍບາຍທຶນຮອນ ແລະ ທີ່ດິນຜະລິດກະສິກຳ, ເຕັກໂນໂລຊີ ແລະ ການຄຸ້ມຄອງວັດຖຸອຸປະກອນດ້ານກະສິກຳ, ແຮງງານຊົນນະບົດ ແລະ ຊົນນະບົດໃໝ່. ທ່ານນາຍົກລັດຖະມົນຕີ ຈະຕອບຄຳຖາມຂອງຊາວກະສິກອນໂດຍກົງ, ບາງຄຳຖາມຂຶ້ນກັບພາລະໜ້າທີ່ຂອງບັນດາກະຊວງ, ຂະແໜງການ, ນາຍົກລັດຖະມົນຕີ ຈະບົ່ງຕົວບັນດາສະມາຊິກລັດຖະບານ ຕອບຄຳຖາມ.

ກ່ຽວກັບການຕະຫຼາດ, ຕະຫຼາດຈຳໜ່າຍຜະລິດຕະພັນສິນໃນນ້ຳ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:

  “ສິ່ງສຳຄັນແມ່ນພວກເຮົາຕ້ອງຊອກຫາໄດ້ຕະຫຼາດທີ່ດີກວ່າ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີຫວຽດນາມ ແລະ ການນຳປະເທດຫຼາຍທ່ານ ໄປເຮັດວຽກຢູ່ໃສກໍໄດ້ແນະນຳສິນຄ້າ ແລະ ຜະລິດຕະພັນຂອງຫວຽດນາມ ເພື່ອກະຕຸກຊຸກຍູ້ການບໍລິໂພກອຸປະໂພກ. ຜະລິດຕະພັນກະເສດຫຼາຍຊະນິດໄດ້ແຊກຊຶມເຂົ້າຕະຫຼາດໃໝ່ ຄືໝາກມ່ວງ, ໝາກລຳໄຍ, ໝາກງໍ້, ປາ ແລະ ຊີ້ນໄກ່. ສຳລັບການຊອກຫາຕະຫຼາດ ບໍ່ພຽງແຕ່ແມ່ນວຽກງານຂອງລັດຖະບານເທົ່ານັ້ນ, ເຊິ່ງປະຊາຊົນ ແລະຜູ້ຜະລິດກໍຕ້ອງຊອກຫານຳກັນອີກດ້ວຍ. ກ່ອນທີ່ຈະສົ່ງສິນຄ້າອອກສູ່ຕະຫຼາດ ຕ້ອງສັງເກດເບິ່ງຕະຫຼາດຕ້ອງການຫຍັງແດ່. ດັ່ງນັ້ນ, ວາງແຜນກຳນົດການຜະລິດຢ່າງເປັນແບບແຜນ”.

ພາຍຫຼັງໂອ້ລົມສົນທະນາກັບຊາວກະສີກອນເມື່ອຕອນເຊົ້າວັນທີ 9 ເມສາ ຢູ່ຮນະຄອນຫາຍເຢືອງ, ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານການເຮັດວຽກລະຫວ່າງການນຳບັນດາກະຊວງ, ຂະແໜງການກັບການນຳຫຼັກແຫຼ່ງແຂວງຫາຍເຢືອງກ່ຽວກັບການປະຕິບັດໜ້າທີ່ເສດຖະກິດ-ສັງຄົມ.

   ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ :

     “ ຂ້າພະເຈ້ົາແບ່ງປັນກ່ຽວກັບວິໄສທັດສຳລັບ ຫາຍເຢືອງໃນທົດສະວັດທີ່ຈະມາເຖິງ ແມ່ນສູ້ຊົນກາຍເປັນສູນອຸດສາຫະກຳຂອງພາກເໜືອ ແລະ ທົ່ວປະເທດຊາດ, ພັດທະນາຢ່າງຂະຫຍັນຂັນເຄື່ອນ, ຮອບດ້ານ ແລະ ນອນຢູ່ໃນກຸ່ມຊັ້ນນຳຂອງຫວຽດນາມ. ຕ້ອງຄົ້ນຄ້ວາກໍສ້າງແຂວງຫາຍເຢືອງ ກາຍເປັນນະຄອນຂຶ້ນກັບສູນກາງ, ນະຄອນເຊື່ອມຕໍ່ກັບຮ່າໂນ້ຍ ແລະ ຫາຍຟ່ອງ. ”

     ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຂໍ້ກຸນແຈ ພາໄປເຖິງຜົນສຳເລັດຂອງແຂວງຫາຍເຢືອງ ແມ່ນຄວາມສາມາດປຸກລຸກຄວາມສາມາດບົ່ມຊ້ອນທາງດ້ານມະນຸດ, ໝູນໃຊ້ບັນດາຜົນງານທາງດ້ານເຕັກໂນໂລຊີ, ເງອື່ນໄຂສະດວກກ່ຽວກັບປັດໄຈພູມສາດ ແລະ ການຮ່ວມສຳພັນເສດຖະກິດກັບບັນດາສູນເສດຖະກິດອື່ນໆໃນທົ່ວປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top