• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາກັບທ່ານນາງ Daw Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ

      ເມື່ອແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນຊື່ງສອງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ
ຕອນບ່າຍວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງ Daw Aung San Suu Kyi, ທີ່ປຶກສາແຫ່ງລັດ ສ. ສະຫະພາບ ມຽນມາ ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 19 – 20 ເມສາ. ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍດຳເນີນການເຈລະຈາ.

ການເຈລະຈາລະຫວ່າງ 2 ຝ່າຍ
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທີ່ປຶກສາແຫ່ງລັດ ມຽນມາ ໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຂອງການພົວພັນ ຫວຽດນາມ - ມຽນມາ ໃນຕະຫຼອດ 40 ກ່ວາປີຜ່ານມາ. 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານການເມືອງ, ການທູດຜ່ານການຍູ້ແຮງບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຂົງເຂດຄື: ທາງຝ່າຍພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ພົວພັນແລກປ່ຽນປະຊາຊົນ, ຊຸກຍູ້ຈັດຕັ້ງກອງປະຊຸມຄັ້ງທີ 9 ຄະນະກຳມະການປະສົມ ຫວຽດນາມ - ມຽນມາ; ພ້ອມທັງຮັບຮອງເອົາໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມຽນມາ ໄລຍະ 2018 – 2020. ການນຳ 2 ປະເທດກໍ່ໃຫ້ຄຳໝັ້ນສັນຍາເຮັດໃຫ້ການພົວພັນດ້ານການຄ້າ - ການລົງທຶນບົນພື້ນຖານຕ່າງຝ່າຍຕ່າງມີຄວາມສົນໃຈ ໃຫ້ເລິກເຊິ່ງກ່ວາອີກ; ຢັ້ງຢືນເພີ່ມທະວີການຮ່ວມມື ແລະ ສູ້ຊົນບັນລຸຄາດໝາຍວົງເງິນການຄ້າ 2 ຝ່າຍບັນລຸ 1 ຕື້ USD ແລະ ສູງກ່ວານັ້ນອີກ (ປີ 2017, ວົງເງິນການຄ້າ 2 ປະເທດບັນລຸກ່ວາ 800 ລ້ານ USD).

ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ  
      ການນຳສອງທ່ານ ມີຄວາມປາດຖະຫນາຢາກສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ການເງິນ, ໂທລະຄົມມະນາຄົມ, ພະລັງງານ, ກະສິກຳ ປ່າໄມ້ ການປະມົງ, ການພົບປະແລກປ່ຽນປະຊາຊົນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ, ຕຸລາການ, ການສຶກສາ, ວັດທະນະທຳ.
ເມື່ອແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນຊື່ງສອງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ສອງຝ່າຍເນັ້ນຫນັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ຄວາມເສລີໃນການເດີນທະເລ, ການບິນ ຢູ່ ທະເລຕາເວັນອອກ, ຢືນຢັນສະຫນັບສະຫນູນແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ.
ພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສອງສະບັບ. 
 (ແຫຼ່ງຄັດຈາກ VOV)
 

ສື່ມວນຊົນລາວ ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ແລະ ເຮັດວຽກຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ

ສື່ມວນຊົນລາວ ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ແລະ ເຮັດວຽກຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ

ບັນດາສຳນັກສື່ມວນຊົນໃຫຍ່ຂອງລາວຄື: ໜັງສືພິມປະເທດລາວ, ລາວ ພັດທະນາ ລ້ວນແຕ່ໄດ້ລົງພິມຂ່າວ, ບົດກ່ຽວກັບການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.

Top