• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມລາຍການສະແດງສິລະປະ “ຈວງບົ່ນ - ບົດເພງໄຊອະມະຕະ”


(ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວນ​ຟຸກ ​ມອບ​ຂອງ​ຂວັນ​ໃຫ້​
ຍາດ​ຕິ​ພີ​ນ້ອງ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ...)
      ລາຍ​ການ​ສະ​ແດງ​ສິ​ລະ​ປ​ະທີ່​ມີ​ຊື່​ວ່າ “ຈວງ​ບົ່ນ - ບົດ​ເພງ​ໄຊ​ອະ​ມະ​ຕະ” ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັ​ນ​ທີ 14/08, ຢູ່​ເຂດປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫ​ວັດ​ສາດ​ແຫ່ງ​ຊາດ ຈວງ​ບົ່ນ, ເມືອງ ໂດ​ເລືອງ, ແຂວງ ເງະ​ອານ. “ຈວງ​ບົ່ນ - ບົດ​ເພງ​ໄຊ​ອະ​ມະ​ຕະ” ແມ່ນ​ລາຍ​ການ​​ສິ​ລະ​ປະ​ພິ​ເສດ, ແມ່ນ​ການ​ຕອບ​ບຸນ​ແທນ​ຄຸນຂອງ​ລຸ່ນ​ປະ​ຈຸ​ບັນ​ ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດຢູ່​ດິນ​ແດນ ຈວງ​ບົ່ນ, ເຊິ່ງ​ໄດ້​ກາຍ​ເປັນ​ສະ​ຖານ​ທີ່ເທບ​ນິ​ຍາຍອະ​ມະ​ຕະ​ຂອງ​ບັນ​ດາ​ຜູ້​ເປີດ​ຊ່ອງ​ທາງ, ເປັນ​ສັນ​ຍາ​ລັກ​ແຫ່ງນ້ຳ​ໃຈ​​ອັ​ນພິ​ລະ​ອາດ​ຫານ ແລະ ຈິດ​ໃຈ​ປະ​ຕິ​ວັດຈົ່ງ​ຮັກ​ພັກ​ດີ​ຂອງ​ກຳ​ລັງ​ຊາວ​ໜຸ່ມ​ຕະ​ລຸມ​ບ່ອນ. ໂ​ດຍ​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 69 ປີ​ແຫ່ງວັນ ທະ​ຫານ​ເສຍ​ອົງ​ຄ​ະ, ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ; 66 ປີ​ແຫ່ງວັນມູນ​ເຊື້ອ​ຊາ​ວ​ໜຸ່ມ​ຕະ​ລຸມບອນ ແລະ 48 ປີ​ແຫ່ງວັນ​ໄຊ​ຊະ​ນະ ຈວງ​ບົນ, ລາຍ​ກາຍ​ດັ່ງ​ກ່າວ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄຸນ​ທຳ​ທີ່​ວ່າ “ກິ​ນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”, ຮຽກ​ຮ້ອງການ​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອອ​ະ​ດີດ​ຊາວ​ໜຸ່ມ​ຕະ​ລຸມບອນ​ນັບ​ຮ້ອຍ​ຄົນ ແລະ ຍາດ​ຕ​ິ​ພີ​ນ້ອງຄອບ​ຄົວ​ມີ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດມ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.
        ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມອບ​ຂອງ​ຂວັນ​ໃຫ້​ຍາດ​ຕິ​ພີ​ນ້ອງ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ຊາວ​ໜຸ່ມ​ຕະ​ລຸມບອນທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດ ແລະ ຄົວ​ພະ​ຍານ​ປະ​ຫວັດ​ສາດ​ຢູ່​ເສັ້ນ​ທາງ​ແຫ່ງ​ເທບ​ນິ​ຍາຍ ຈວງ​ບົ່ນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top