• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງຢ້ຽມຢາມສູນ ICISE ຢູ່ແຂວງບິງດິ້ງ

ຕອນເຊົ້າວັນທີ 06 ພຶດສະພາ, ໃນການລົງປະຕິບັດງານຢູ່ແຂວງບິງດິ້ງຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບສູນສາກົນວິທະຍາສາດ ແລະ ສຶກສາລະຫວ່າງຂະແໜງ (ຫຼືເອີ້ນຫຍໍ້ວ່າ: ICISE), ທີ່ນະຄອນກຸຍເຍີນ.


ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກກ່າວຄຳເຫັນທີ່ການເຮັດວຽກ

(ພາບ: VOV)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ໃນສະພາບການປະຕິວັດອຸດສາຫະກຳ 4.0 ໄດ້ວາງອອກສຳລັບຫວຽດນາມ, ພິເສດແມ່ນ ລຸ້ນໜຸ່ມຫວຽດນາມມີຫຼາຍກາລະໂອກາດ ແລະ ສິ່ງທ້າທາຍ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ສູນ ICISE ຈະພັດທະນາແບບຍືນຍົງ, ມີປະສິດທິຜົນ ແລະ ມີລັກສະນະແຜ່ຂະຫຍາຍສູງ, ແມ່ນແຫ່ງພົວພັນແລກປ່ຽນສາກົນປະກອບສ່ວນຊຸກຍູ້ການຄົ້ນຄວ້າວິທະຍາສາດພື້ນຖານຂອງຫວຽດນາມ, ກໍຄືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ປະເທດຊາດ. ຕີລາຄາສູງແນວຄິດການສະເໜີກໍ່ສ້າງຕົວເມືອງວິທະຍາສາດຢູ່ແຂວງບິງດິ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກປາດຖະໜາວ່າ ສູນແຫ່ງນີ້ ຈະເປັນຂົວເຊື່ອມຕໍ່, ຊຸກຍູ້ການໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຕົວຈິງ, ໃນນັ້ນມີຫຼາຍຂົງເຂດຈຳເປັນ, ໂດຍສະເພາະແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)


ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ບັນດາເອກະສານ, ພາບຖ່າຍ, ວັດຖຸອຸປະກອນທີ່ເກັບຮັກສາຢ່າງລະມັດລະວັງ ໄດ້ວາດພາບຄືນວິວັດການກຳເນີດ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ ຢ່າງມີຊີວິດຊີວາ.

Top