• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບ ຜູ້ບັນຊາການສູງສຸດ ກອງທັບ ລາຊະອານາຈັກ ກຳປູເຈຍ

      ວັນທີ 30 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ກອງທັບລາຊະອານາຈັກ ກຳປູເຈຍ ນຳໂດຍທ່ານ ພົນເອກ Vong Pisen ຜູ້ບັນຊາການສູງສຸດ ກອງທັບລາຊະອານາຈັກ ກຳປູເຈຍ, ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 29-31 ຕຸລາ.

ທີ່ການຕ້ອນຮັບ
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ປາຖະໜາວ່າ ກະຊວງປ້ອງກັນປະເທດກຳປູເຈຍ ຈະສືບຕໍ່ສົມທົບກັບຝ່າຍ ຫວຽດນາມ ໃນການຊອກຫາ ທ້ອນໂຮມອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ກຳປູເຈຍ. ທ່ານນາຍົກລັດຖະມົນຕີ ສະເໜີລັດຖະບານກຳປູເຈຍ ສ້າງເງື່ອນໄຂໃຫ້ແກ່ບັນດາກົມກອງຂອງກອງທັບ, ທະຫານປ້ອງກັນຊາຍແດນ ສົມທົບກັບອຳນາດການປົກຄອງທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນ ຈັດຕັ້ງບັນດາໂຄງການຮ່ວມມືດ້ວຍຫຼາຍຮູບແບບແຕກຕ່າງກັນ, ຍູ້ແຮງການຂົນຂວາຍໂຄສະນາ, ສົມທົບກັນຂົນຂວາຍປະຊາຊົນເຂດຊາຍແດນ ປະຕິບັດຂໍ້ກຳນົດກົດລະບຽບ ການຄຸ້ມຄອງ ແລະ ປ້ອງກັນຊາຍແດນຮ່ວມກັນເປັນຢ່າງດີ, ເພື່ອຈຸດປະສົງສ້າງເຂດຊາຍແດນ ລະຫວ່ງ ສອງປະເທດໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.
ໂດຍເນັ້ນໜັກວ່າ ປີ 2019 ແມ່ນປີ ສະເຫຼີມສະຫຼອງ 40 ປີ ແຫ່ງວັນໄຊຊະນະລະບອບດັບສູນເຊື້ອຊາດ ຂະເໝນແດງ ຢູ່ ກຳປູເຈຍ (07 ມັງກອນ 1979 – 07 ມັງກອນ 2019), ທ່ານນາຍົກລັດຖະມົນຕີ ສະເໜີ ທ່ານຜູ້ບັນຊາການສູງສຸດ ກອງທັບລາຊະອານາຈັກ ກຳປູເຈຍ ຊຸກຍູ້ບັນດາອົງການ, ຄະນະ, ຂະແໜງການຂອງກຳປູເຈຍ ເປັນຕົ້ນແມ່ນ ກອງທັບລາຊະອານາຈັກ, ສົມທົບກັບຝ່າຍ ຫວຽດນາມ ຈັດຕັ້ງບັນການເຄື່ອນໄຫວ ສະເຫຼີມສະຫຼອງໃຫ້ເປັນຢ່າງດີ, ເຮັດໃຫ້ເຫດການປະຫວັດສາດອັນສຳຄັນນີ້ມີຄວາມໝາຍເລິກເຊິ່ງກວ່າເກົ່າ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ IAEA, ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງສີ້ນເຊີງ.

Top