• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ລາວ ເປັນປະທານກອງປະຊຸມຂ່າວກ່ຽວກັບເຫດການເຂື່ອນກັ້ນນ້ຳ ເຊປ່ຽນ - ເຊນ້ຳນ້ອຍແຕກ

      ບ່າຍວັນທີ 25 ກໍລະກົດ, ທີ່ນະຄອນຫລວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເປັນປະທານກອງປະຊຸມຂ່າວເພື່ອແຈ້ງສະພາບການກ່ຽວກັບອຸບັດຕິເຫດເຂື່ອນກັ້ນນ້ຳແຕກ ຕໍ່ສື່ມວນຊົນພາຍໃນ ແລະ ຕ່າງປະເທດ.

ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີ
      ແລະກໍ່ໃນຕອນບ່າຍວັນທີ 25 ກໍລະກົດ, ລັດຖະບານ ລາວ ໄດ້ຈັດກອງປະຊຸມດ່ວນ ແລະ ຕົກລົງສ້າງຕັ້ງຄະນະປະຕິບັດງານສະເພາະກິດເພື່ອປະເມີນຜົນເສຍຫາຍ, ຊອກຫາສາຍເຫດຕົ້ນຕໍທີ່ກໍ່ໃຫ້ເກີດເຫດດັ່ງກ່າວ.
        ຕາມທ່ານນາຍົກລັດຖະມົນຕີ ລາວ ແລ້ວ, ຜົນສະທ້ອນຈາກເຫດເຂື່ອນກັ້ນນ້ຳແຕກແມ່ນເສຍຫາຍໜັກໜ່ວງທີ່ສຸດ ແລະ ເປັນຄັ້ງທຳອິດໃນຫລາຍທົດສະວັດຜ່ານມາ. ເຫດການດັ່ງກ່າວເກີດຂຶ້ນ ຍ້ອນຝົນຕົກໜັກທີ່ແກ່ຍາວເປັນເວລາຫລາຍມື້ ເຮັດໃຫ້ປະລິມານນ້ຳເພີ່ມຂຶ້ນສູງຢ່າງໄວ, ອ່າງເກັບນ້ຳສຳຮອງຂອງເຂື່ອນໄຟຟ້ານ້ຳຕົກ ເຊປ່ຽນ - ເຊນ້ຳນ້ອຍ ບໍ່ສາມາດຮັບປະລິມານນ້ຳໄດ້ ຈຶ່ງເຮັດໃຫ້ເຂື່ອນແຕກ. ນ້ຳໄຫລສຸລົງມາຢ່າງແຮງ ປະຊາຊົນຍົກຍ້າຍອອກບໍ່ທັນ.
        ຕາງໜ້າລັດຖະບານ ແລະ ປະຊາຊົນ ລາວ, ທ່ານນາຍົກລັດຖະມົນຕີ ລາວ ໄດ້ຂອບອົກຂອບໃຈຕໍ່ຄວາມແບ່ງປັນຢ່າງເລິກເຊິ່ງ, ການຊ່ວຍເຫຼືອຂອງລັດຖະບານ, ປະຊາຊົນບັນດາປະເທດເພື່ອນມິດ ແລະ ບັນດາອົງການຈັດຕັ້ງສາກົນ.
        ຕໍ່ໜ້າຜົນເສຍຫາຍຂອງເຫດດັ່ງກ່າວ, ວັນທີ 25 ກໍລະກົດ, ລັດຖະບານ ໄທ ໄດ້ຊ່ວຍເຫຼືອ ລາວ ດ້ວຍເງິນສົດທີ່ມີມູນຄ່າ 147.000 USD ໃຫ້ບັນດາຜູ້ປະສົບເຄາະຮ້າຍ.
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top