• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານສະພາແຫ່ງຊາດ, ຜູ້ມີອຳນາດເຕັມແຫ່ງ ນິວຊີແລນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສ້າງເງື່ອນໄຂສະດວກໃຫ້ບັນດາປະເພດໝາກໄມ້ທີ່ເປັນເອກະລັກສະເພາະເຂົ້າຕະຫຼາດຂອງກັນ; ເພີ່ມທະວີການເຊື່ອມຕໍ່ການເດີນເຮືອ, ການບິນ; ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ.

ໃນຂອບເຂດການໄປຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ, ຕອນບ່າຍວັນທີ 11 ມີນາ, ຢູ່ນະຄອນຫຼວງ Wellington, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດນິວຊີແລນ Gerry Brownlee.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດນິວຊີແລນ Gerry Brownlee (ພາບ: Dương Giang/TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສ້າງເງື່ອນໄຂສະດວກໃຫ້ບັນດາປະເພດໝາກໄມ້ທີ່ເປັນເອກະລັກສະເພາະເຂົ້າຕະຫຼາດຂອງກັນ; ເພີ່ມທະວີການເຊື່ອມຕໍ່ການເດີນເຮືອ, ການບິນ; ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ; ບັນດາອົງການນິຕິບັນຍັດສອງປະເທດສືບຕໍ່ເສີມຂະຫຍາຍບົດບາດໃນການປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ເລິກເຊິ່ງຂຶ້ນຕື່ມ.

ທ່ານປະທານສະພາແຫ່ງຊາດ ນິວຊີແລນ Gerry Brownlee ໃຫ້ຄຳໝັ້ນສັນຍາຊຸກຍູ້ການອອກວີຊາໄລຍະຍາວໃຫ້ແກ່ພົນລະເມືອງ ຫວຽດນາມ; ເຫັນດີເປັນເອກະພາບເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືດ້ານວັດທະນະທຳ, ປະກອບສ່ວນປັບປຸງການພົວພັນມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງສອງຊາດ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງ Wellington, ເມື່ອພົບປະກັບທ່ານນາງ Cindy Kiro, ຜູ້ມີອຳນາດເຕັມແຫ່ງ ນິວຊີແລນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລາຍງານກ່ຽວກັບໝາກຜົນການເຈລະຈາກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໃນຕອນເຊົ້າວັນດຽວກັນ; ເນັ້ນໜັກວ່າ: ສອງຝ່າຍຍັງມີຫຼາຍຄວາມສາມາດບົ່ມຊ້ອນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດພັດທະນາກ່ວາອີກ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ.

ທ່ານນາງຜູ້ມີອຳນາດເຕັມ Cindy Kiro ຕີລາຄາສູງ ຫວຽດນາມ ມີທີ່ຕັ້ງ, ບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ແລະ ສາກົນ, ພິເສດແມ່ນໃນພາກພື້ນ ອາຊຽນ; ຢັ້ງຢືນ ນິວຊີແລນ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top