• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ຖະຫວາຍດອກໄມ້ຈູດທູບທຽນອາໄລຫາປະທານໂຮ່ຈິມິນຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ສະຖານທີ່ໄຊຊະນະຊາຍແດນປີ 1950 ແລະ ອາໄລຫາອະດີດນາຍົກລັດຖະມົນຕີຟານວັນຄ້າຍ

ທ່ານນາຍົກລັດຖະມົນຕີຟ້າມມິງຈິງເນັ້ນໜັກວ່າ: ໂດຍອາໄລຫາບັນດາການນຳລຸ້ນກ່ອນ, ພວກເຮົາຫວັງປະຕິບັດຕາມແບບຢ່າງ, ຮ່ຳຮຽນ, ສືບຕໍ່ກ້າວເດີນ, ຍົກສູງຈິດໃຈຄຸນສົມບັດສິນທຳປະຕິວັດ, ສຸດຈິດສຸດໃຈ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດຄວາມສາມາດ.
ທ່ານນາຍົກລັດຖະມົນຕີຟ້າມມິງຈິງຖະຫວາຍທູບທຽນອາໄລຫາອະດີດນາຍົກລັດຖະມົນຕີຟານວັນຄ້າຍ

ຕອນເຊົ້າວັນທີ 2 ກຸມພານີ້, ໃນຂອບເຂດການຢ້ຽມຢາມແຂວງ ກາວບັງ, ເນື່ອງໃນໂອກາດຕ້ອນຮັບລະດູບານໃໝ່ປີມະເສງ 2025 ແລະ ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930 – 3/2/2025) ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍຄະນະໄດ້ ຖະຫວາຍດອກໄມ້ຈູດທູບທຽນອາໄລຫາຢູ່ເຮືອນອະນຸສອນສະຖານປະທານ ໂຮ່ຈີມິນ ແລະ ເຂດປູຊະນີຍະສະຖານລະດັບຊາດພິເສດ ສະຖານທີ່ ໄຊຊະນະຊາຍແດນປີ 1950.

ກ່ອນໜ້ານັ້ນ ຕອນບ່າຍວັນທີ1ກຸມພາ, ເນື່ອງໃນໂອກາດບຸນເຕັດປະຈຳຊາດ, ທ່ານນາຍົກລັດຖະມົນຕີຟ້າມມິງຈິງໄດ້ຖະຫວາບທູບທຽນອາໄລຫາອະດີດນາຍົກລັດຖະມົນຕີຟານວັນຄ້າຍແລະຢຶ້ຢາມຖາມຂ່າວ, ອວຍພອນບຸນເຕັດຄອບຄົວ, ຍາດພີ່ນ້ອງຂອງເພິ່ນຢູ່ນະຄອນໂຮ່ຈີມິນ. 

ນະທີ່ນີ້, ທ່ານນາຍົກລັດຖະມົນຕີຟ້າມມິງຈິງເນັ້ນໜັກວ່າ: ໂດຍອາໄລຫາບັນດາການນຳລຸ້ນກ່ອນ, ພວກເຮົາຫວັງປະຕິບັດຕາມແບບຢ່າງ, ຮ່ຳຮຽນ, ສືບຕໍ່ກ້າວເດີນ, ຍົກສູງຈິດໃຈຄຸນສົມບັດສິນທຳປະຕິວັດ, ສຸດຈິດສຸດໃຈ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດຄວາມສາມາດ; ຮັກສາ, ເພີ່ມພູນຄູນສ້າງໝາກຜົນການປະຕິວັດເຊິ່ງຄົນລຸ້ນກ່ອນຍາດມາໄດ້, ສືບຕໍ່ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ, ວັດທະນາຖາວອນ, ປະຊາຊົນນັບມື້ນັບມີຄວາມອີ່ມໜຳສຳລາມ, ສົມບູນພູມສຸກ.

ທ່ານນາຍົກລັດຖະມົນຕີໄດ້ສົ່ງຄຳອວຍພອນປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ວັດຖະນາຖາວອນໄປຍັງບັນດາສະມາຊິກໃນຄອບຄົວຂອງທ່ານອະດີດນາຍົກລັດຖະມົນຕີ ຟານວັນຄ້າຍ, ສືບຕໍ່ຮັກສາ, ເສີມຂະຫຍາຍມູນເຊື້ອຄອບຄົວ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການກໍ່ສ້າງແລະປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຊີຣີ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຊີຣີ

ສື່ມວນຊົນອາຣັບບິຊາອຸດິໄດ້ໃຫ້ຂ່າວວ່າວັນທີ2 ກຸມພາທ່ານ Ahmed Al-Sharaa, ປະທານາທິບໍດີຊົ່ວຄາວຊີຣີຈະທຳການຢ້ຽມຢາມປະເທດນີ້.

Top