• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານເລຂາຄະນະພັກແຂວງ ໄຮໜານ ເສີນແຊ່ວມິນ

ກ່ຽວກັບການຮ່ວມມືທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ໄຮໜານເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ, ໃນນັ້ນມີນະຄອນ ໂຮ່ຈີມິນ ແລະ ແຂວງ ກ໋ວາງນິງ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ ເສີນແຊ່ວມິນ, ເລຂາພັກແຂວງ, ຫົວໜ້າຄະນະປະຈຳສະພາປະຊາຊົນແຂວງ ໄຮໜານ  

ວັນທີ 22 ກຸມພາ, ທີ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ເສີນແຊ່ວມິນ, ເລຂາພັກແຂວງ, ຫົວໜ້າຄະນະປະຈຳສະພາປະຊາຊົນແຂວງ ໄຮໜານ, ປະເທດ ຈີນ ພວມຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ແລະ ຫວັງວ່າ ສອງຝ່າຍຈະເພີ່ມທະວີການພົວພັນແລກປ່ຽນຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນພັດທະນາການຄ້າຕາມທິດດຸ່ນດ່ຽງ, ເປີດກ້ວາງການຮ່ວມມືລົງທຶນ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ຟື້ນຟູການຮ່ວມມືການທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ ຈີນ ນຳ ຫວຽດນາມ ເຂົ້າບັນຊີລາຍຊື່ບັນດາປະເທດທົດລອງການທ່ອງທ່ຽວເປັນຄະນະໂດຍໄວ; ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ ຕາມກົດໝາຍສາກົນ, ເຊິ່ງລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ກ່ຽວກັບການຮ່ວມມືທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ໄຮໜານເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ, ໃນນັ້ນມີນະຄອນ ໂຮ່ຈີມິນ ແລະ ແຂວງ ກ໋ວາງນິງ; ຍູ້ແຮງການຮ່ວມມືດ້ານການທ່ອງທ່ຽວຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຊື່ອມຕໍ່ການຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ພົວພັນແລກປ່ຽນວັດທະນະທຳ; ຮ່ວມມືກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊອກຫາກູ້ໄພກູ້ຊີບບົນທະເລ, ການປະພຶດກັບຊາວປະມົງທີ່ມີມະນຸດສະທຳ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືບົນທະເລ.

ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍ່ໄດ້ໃຫ້ການຕ້ອນຮັບທ່ານເລຂາຄະນະພັກແຂວງໄຮໜານເຊັ່ນດຽວກັນ.

 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ: ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດພັດທະນາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ: ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດພັດທະນາ

ເວທີປາໄສວິສາຫະກິດ ຫວຽດນາມ ແມ່ນໂອກາດເພື່ອໃຫ້ປະຊາຄົມວິສາຫະກິດໃຫ້ຄຳປຶກສາແກ່ລັດຖະບານ ກ່ຽວກັບບັນດາມາດຕະການແກ້ໄຂເພື່ອປະຕິບັດເປົ້າໝາຍພັດທະນາເສດຖະກິດສີຂຽວ, ຍືນຍົງ.

Top