• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຝ້າມມິງຈີ້ງເຮັດວຽກກັບກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ

ວັນທີ 19 ພຶດສະພາ , ທ່ານ ນາຍົກລັດຖະມົນຕີ ຝ້າມມິງຈີ້ງ ໄດ້ລົງເຮັດວຽກກັບກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ກ່ຽວກັບສະພາບການປະຕິບັດໜ້າທີ່ຂອງຂະແໜງໃນໄລຍະທີ່ຜ່ານມາ.
ທ່ານ ນາຍົກລັດຖະມົນຕີ ຝ້າມມິງຈີ້ງ

 ທີ່ການເຮັດວຽກ, ທ່ານ ນາຍົກລັດຖະມົນຕີ ຝ້າມມິງຈີ້ງ ເນັ້ນໜັກວ່າ ນະໂຍບາຍສັງຄົມຕ້ອງມີບົດບາດສຳຄັນທີ່ສຸດໃນພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ພັກ ແລະ ລັດຫວຽດນາມ ຖືນີ້ແມ່ນເປົ້າໝາຍ ທັງແມ່ນກຳລັງໜູນເພື່ອສ້າງສະຖຽນລະພາບ ແລະ ພັດທະນາປະເທດຊາດແບບຍືນຍົງ.

    ທ່ານ ນາຍົກລັດຖະມົນຕີ ຝ້າມມິງຈີ້ງ ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ຄວນສືບຕໍ່ປະຕິບັດບັຍນດາພາລະໜ້າທີ່, ສິດອຳນາດທີ່ໄດ້ຮັບມອບໝາຍ. ໜຶ່ງໃນບັນດາໜ້າທີ່ໃຫຍ່ຂອງຂະແໜງ ແມ່ນຕ້ອງປະຕິບັດທັດສະນະພັດທະນາເສດຖະກິດໄປຄຽງຄູ່ກັບຄວາມກ້າວໜ້າ ແລະ ຍຸຕິທຳທາງສັງຄົມ, ສອດຄ່ອງກັບແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ ເສົາຄ້ຳຂອງລັດທິຫຼາຍຝ່າຍ

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”

ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.

Top