• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ: ປະຊາຄົມວິສາຫະກິດບຸກທະລຸ ແລະປະດິດຄິດສ້າງເພື່ອປະກອບສ່ວນໃນການພັດທະນາຂອງປະເທດຊາດ

ຕອນບ່າຍວັນທີ 30/8, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມລະຫວ່າງນາຍົກລັດຖະມົນຕີ ແລະ ວິສາຫະກິດ ດ້ວຍຫົວຂໍ້ “80 ປີແຫ່ງວິສາຫະກິດຮ່ວມເດີນທາງພ້ອມກັບປະເທດຊາດ”.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ພົບປະກັບບັນດານັກທຸລະກິດ

ກອງປະຊຸມແມ່ນເວທີປາໄສສຳຄັນເພື່ອໃຫ້ລັດຖະບານຮັບຟັງຄຳເຫັນຈາກວິສາຫະກິດ. ດ້ວຍເຫດນັ້ນ, ບັນດາກົນໄກ ແລະ ນະໂຍບາຍທີ່ດີເລີດເພື່ອຊຸກຍູ້ການສົມທົບກັນຢ່າງແໜ້ນແຟ້ນໃນການພັດທະນາເສດຖະກິດ - ສັງຄົມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ບັນດາວິສາຫະກິດ ແລະ ຄະນະຜູ້ປະກອບການນັບມື້ນັບພັດທະນາຢ່າງແຂງແຮງ; ຍາມໃດກໍເສີມຂະຫຍາຍບົດບາດ ແລະ ພາລະກຳນຳພາ ແລະ ບຸກເບີກໃນການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາວິສາຫະກິດສືບຕໍ່ພ້ອມກັບລັດຖະບານ, ພ້ອມກັນມານະພະຍາຍາມຊອກຫາທິດກ້າວເດີນທີ່ກ້າຫານ, ມີຫົວຄິດປະດິດສ້າງ, ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດ ແລະ ນັກລົງທຶນຫວຽດນາມ ຮ່ວມເດີນທາງພ້ອມກັບລັດຖະບານ, ເພື່ອແນໃສ່ສ້າງສາປະເທດຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ແລະ ຜາສຸກ. 

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາໃຫ້ ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາໃຫ້ ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ

ສ່ວນ​ທ່ານ​ນາງ Jennifer Wicks ເອກ​ອັກ​ຄະ​ລັດ​ຖະ​ທູດ ປາດ​ຖະ​ໜາ​ຢາກໃຫ້​ສອງ​ຝ່າຍ​ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ທີ່​ມີ​ມາດ​ຕະ​ຖານ​ສູງ, ນຳ​ມາ​ເຊິ່ງ​ລັກ​ສະ​ນະ​ສົມ​ທົບ, ຍຸ​ຕິ​ທຳ ແລະ ດຸ່ນ​ດ່ຽງ.

Top