• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີໄທອວຍພອນກຳປູເຈຍກ່ຽວກັບການເລືອກຕັ້ງປະສົບຜົນສຳເລັດ

      ສື່ມວນຊົນໄທ ໃຫ້ຮູ້ວ່າ, ວັນທີ 08 ສິງຫາ, ທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ໄດ້ສົ່ງສານສະແດງຄວາມຍິນດີເຖິງທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ກ່ຽວກັບເລື່ອງ ພັກປະຊາຊົນກຳປູເຈຍ (CPP) ຍາດໄດ້ການສະໜັບສະໜູນຢ່າງຫຼວງຫຼາຍໃນການເລືອກຕັ້ງສະພາແຫ່ງຊາດ ເມື່ອວັນທີ 29 ກໍລະກົດຜ່ານມາ.
ສານຂອງທ່ານນາຍົກລັດຖະມົນຕີໄທ ຂຽນວ່າ “ໂດຍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາຊະອານາຈັກໄທ, ຂ້າພະເຈົ້າຂໍສະແດງຄວາມປະຕິຍິນດີສຸດຈິດສຸດໃຈເຖິງທ່ານ ແລະ ພັກ CPP ຍ້ອນໄດ້ຮັບໄຊຊະນະອີກຄັ້ງໜຶ່ງໃນການເລືອກຕັ້ງຄັ້ງໃຫຍ່”. ທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ກໍ່ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໄສຂອງທ່ານນາຍົກລັດຖະມົນຕີ Hun Sen ໃນອາຍຸການໃໝ່, ກຳປູເຈຍ ຈະສືບຕໍ່ພັດທະນາຢ່າງວັດທະນາຖາວອນໃນຊຸມປີຈະມາເຖິງ. ທ່ານກໍ່ເວົ້າວ່າ ໄທ “ດ້ວຍຖານະບົດບາດເປັນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດແໜ້ນນັ້ນ ກໍ່ຂໍຢືນຢັນຄືນໃໝ່ສຳລັບຄຳໝັ້ນສັນຍາຈະສືບຕໍ່ປັບປຸງການພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືຢ່າງແໜ້ນແຟ້ນກັບກຳປູເຈຍ ເພື່ອຜົນປະໂຫຍດຂອງ 2 ຊາດ”.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top