• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເສັ້ນທາງຄວາມໄວສູງ ນະຄອນ ໂຮ່ຈີມິນ - ທູເຍົາໝົດ - ເຈີນແທັງ

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ແຂວງ ບິ່ງເຍືອງ ສຸມໃສ່ຊີ້ນຳນັກລົງທຶນ, ຜູ້ໃຫ້ຄຳປຶກສາ ແລະ ບັນດານັກປະມູນຢ່າງຂ້ຽວຂາດ ແລະ ຕ້ອງເສີມຂະຫຍາຍຈິດໃຈໜ້າທີ່ຄວາມຮັບຜິດຊອບຢ່າງສູງສຸດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເຫດການ (ພາບ: TTXVN)

ຕອນເຊົ້າວັນທີ 01 ກຸມພາ, ຢູ່ແຂວງ ບິ່ງເຍືອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເສັ້ນທາງຄວາມໄວສູງ ນະຄອນ ໂຮ່ຈີມິນ - ທູເຍົາໝົດ - ເຈີນແທັງ, ຕອນໄປຜ່ານແຂວງ ບິ່ງເຍືອງ ມີລວງຍາວກວ່າ 52 ກມ. ໂຄງການໄດ້ປະກອບສ່ວນຫັນເປົ້າໝາຍກໍ່ສ້າງເສັ້ນທາງຄວາມໄວສູງ 5.000 ກມ ເຊິ່ງພັກ ແລະ ລັດຖະບານໄດ້ວາງອອກໃນໄລຍະ 2021 – 2030.

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ແຂວງ ບິ່ງເຍືອງ ສຸມໃສ່ຊີ້ນຳນັກລົງທຶນ, ຜູ້ໃຫ້ຄຳປຶກສາ ແລະ ບັນດານັກປະມູນຢ່າງຂ້ຽວຂາດ ແລະ ຕ້ອງເສີມຂະຫຍາຍຈິດໃຈໜ້າທີ່ຄວາມຮັບຜິດຊອບຢ່າງສູງສຸດ, ຜັນຂະຫຍາຍຮັບປະກັນໂຄງການໃຫ້ຖືກຕາມຄວາມຄືບໜ້າ, ມີຄຸນນະພາບ, ປອດໄພ, ເຕັກນິກ, ຮັກສາອະນາໄມສິ່ງແວດລ້ອມ. ທ່ານຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງປະຕິບັດຢ່າງຂ້ຽວຂາດໃນການບໍລິຫານ, ຄຸ້ມຄອງຄຸນນະພາບ, ຄວາມຄືບໜ້າ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນຕະຫຼອດໄລຍະປະຕິບັດໂຄງການ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍ່ເປັນສັກຂີພິຍານແຂວງ ບິ່ງເຍືອງ ມອບຂໍ້ຕົກລົງການລົງທຶນກໍ່ສ້າງ 7 ໂຄງການເຮືອນຢູ່ສັງຄົມ, ດ້ວຍຍອດຈຳນວນເງິນເກືອບ 8.500 ຕື້ດົ່ງ (ເກືອບ 340 ລ້ານ USD).

(ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top