• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມໂຕະມົນກັບເຄືອຂ່າຍຊ່ຽວຊານທົ່ວໂລກກ່ຽວກັບການພັດທະນາຂອງຫວຽດນາມ


ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມໂຕະມົນກັບເຄືອຂ່າຍ
ຊ່ຽວຊານທົ່ວໂລກກ່ຽວກັບການພັດທະນາຂອງຫວຽດນາມ
(ພາບ: TTXVN)

      ຕອນ​ບ່າຍ​ວັນ​ທີ 13/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ໂຕະ​ມົນ ນາ​ຍົກ​ລັດ​ຖະ​ມົນ​ຕີ ກັບ​ເຄືອ​ຂ່າຍ​ຊ່ຽວ​ຊານ​ທົ່ວ​ໂລກ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ຊີ້​ແຈ້ງວ່າ: ​ສະ​ພາບ​ການ​ເສດ​ຖະ​ກິດ, ການ​ເມືອງ​ໂລກພວມ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ ແລະ ຍາກ​ທີ່​ຄາດ​ຄະ​ເນ​ໄດ້, ໃນ​ຂະ​ນະ​ ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ພວມ​ເປີດກວ້າງ, ວົງ​ເງິນ​ຂາ​ເຂົ້າ​ຂາອ​ອກ​ເທົ່າ​ກັບ 170% GDP.  ຫວຽດ​ນາມ ຄວນ​ບັນ​ລຸ​ຄາດ​ໝາຍການ​ເຕີບ​ໂຕ, ຖ້າ​ຫາກ​ການ​ເຕີບ​ໂຕ​ຕ່ຳ ບັນ​ຫາ​ຫນີ້​ສາ​ທາ​ລະ​ນະ ແລະ ການ​ແກ້​ໄຂວຽກ​ເຮັດ​ງານ​ທຳ​ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ທຸກ​ການ​ຜັນ​ແປ​ຂອງ​ໂລກ ລ້ວນ​ແຕ່​ສົ່ງ​ຜົນ​ກະ​ທົບ​ເຖິງ​ຫວຽດ​ນາມ. ສະ​ນັ້ນ ລັດ​ຖະ​ບານ​ຫວຽດ​ນາມ​ຢາກ​ຮັບ​ຟັງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຂໍ້​ຕິດ​ຂັດ​ສຳ​ຄັນ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ລະ​ບອບ​ນະ​ໂຍ​ບາຍ​ຢ່າງ​ເປີດ​ອົກ​ເປີດ​ໃຈ, ຈິງ​ໃຈ ແລະ ກົງ​ໄປ​ກົງ​ມາ
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top