• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຮຽກຮ້ອງບໍ່ຄວນລະເລີງປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ,ຕ້ານໂລກລະບາດ

      ຫ້ອງວ່າການລັດຖະບານຫວຽດນາມ ຫາກໍ່ແຈ້ງຂໍ້ສະຫຼຸບຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນວັນທີ 13 ເມສາ 2020.

ແຜນການປະຕິບັດການແຍກຕົວ, ແຍກຫ່າງໃນສັງຄົມຢູ່ຕາມບໍລິເວນ, ຂະແໜງອາຊີບ
(ພາບປະກອບ)
      ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງຕໍ່ເລື່ອງນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ຫຼາຍທ້ອງຖິ່ນໄດ້ເດັດດ່ຽວປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ຢ່າງເຂັ້ມງວດ, ຄົບຊຸດທີ່ໄດ້ລະບຸໄວ້ໃນບັນດາຄຳສັ່ງສະບັບຕ່າງໆ ແລະ ຄຳສັ່ງກ່ຽວກັບການປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາຊົນ ແລະ ໄດ້ຮັບໝາກຜົນດີໂດຍພື້ນຖານ.
        ໂລກລະບາດໂຄວິດ-19 ຍັງຜັນແປໄປຢ່າງສັບສົນ ແລະ ຊ້ອນແຝງຄວາມສ່ຽງຕິດແປດຢ່າງສູງໃນຊຸມຊົນ, ຮຽກຮ້ອງໃຫ້ທົ່ວປະເທດ ເດັດຂາດບໍ່ປະໝາດ.       
ສະເພາະ ມາດຕະການແຍກຫ່າງໃນສັງຄົມ, ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ລາຍງານ, ສະເໜີຕໍ່ນາຍົກລັດຖະມົນຕີວິທີການກ່ຽວກັບການແຍກຫ່າງໃນສັງຄົມພາຍຫຼັງວັນທີ 15 ເມສາ.
        ທີ່ກອງປະຊຸມໃນຕອນເຊົ້າວັນທີ 15 ເມສາ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ບັນດາສະມາຊິກໄດ້ປຶກສາຫາລືຫຼາຍມາດຕະການຕໍ່ໄປ ໃນແຕ່ລະແຜນການປະຕິບັດການແຍກຕົວ, ແຍກຫ່າງໃນສັງຄົມຢູ່ຕາມບໍລິເວນ, ຂະແໜງອາຊີບ, ພາຍຫຼັງວັນທີ 15 ເມສາ ເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ, ຄະນະປະຈຳລັດຖະບານຕົກລົງຕັດສິນ.
        ແລະກໍ່ໃນວັນທີ 15 ເມສາ, ເຊິ່ງແມ່ນມື້ສຸດທ້າຍໃນການປະຕິບັດຄຳສັ່ງຂອງລັດຖະບານກ່ຽວກັບການແຍກຫ່າງໃນສັງຄົມ. ຢູ່ນະຄອນຫຼວງຮ່າໂນ້ຍ, ຮ້ານຂາຍເຄື່ອງສ່ວນຫຼາຍຍັງປິດປະຕູຢູ່ ເພື່ອລໍຖ້າ ຂໍ້ຕົກລົງຕໍ່ໄປຂອງລັດຖະບານ. ປະຊາຊົນຫຼາຍຄົນໄດ້ຖືວ່າ, ຖ້າຫາກລັດຖະບານຕົກລົງປະຕິບັດການແຍກຫ່າງໃນສັງຄົມ ຕື່ມອີກ 1 ອາທິດ ຫຼື ເຄິ່ງເດືອນນັ້ນ ກໍ່ຈະສືບຕໍ່ປະຕິບັດຕື່ມອີກ ດ້ວຍຄວາມຫວັງຢາກຍູ້ຖອຍໂລກລະບາດໂຄວິດ-19 ໂດຍໄວ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

Top