• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມປະກາດໂລກລະບາດໂຄວິດ - 19 ໃນທົ່ວປະເທດ

      ຕອນເຊົ້າວັນທີ 01 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ ໄດ້ປະກາດຂໍ້ຕົກລົງສະບັບເລກທີ 447 ກ່ຽວກັບເລື່ອງປະກາດໂລກລະບາດໂຄວິດ - 19 ໃນທົ່ວປະເທດ.
            ຂໍ້ຕົກລົງສະບັບດັ່ງກ່າວຊີ້ແຈ້ງວ່າ: ປະກາດໂລກພະຍາດຕິດແປດຢູ່ຫວຽດນາມດ້ວຍຊື່ວ່າ ໂລກລະບາດໂຄວິດ - 19. ໄລຍະເວລາເກີດໂລກລະບາດແມ່ນ ນັບແຕ່ວັນທີ 23 ມັງກອນ 2020 ດ້ວຍລັກສະນະ, ລະດັບອັນຕະລາຍ ແມ່ນພະຍາດຕິດແປດກຸ່ມ A, ຄວາມສ່ຽງແມ່ນຢູ່ລະດັບເປັນໂລກລະບາດທົ່ວໂລກ, ໂດຍຕິດຕໍ່ກັນຜ່ານທາງລະບົບຫາຍໃຈຈາກຄົນສູ່ຄົນ.

ນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ (ພາບ: TTXVN) 
      ບັນດາມາດຕະການປ້ອງກັນ ແລະສະກັດກັ້ນໂລກລະບາດດັ່ງກ່າວຕາມກົດໝາຍວ່າດ້ວຍການປ້ອງກັນ, ຕ້ານພະຍາດຕິດແປດ, ລວມມີ: ສ້າງຕັ້ງຄະນະຊີ້ນໍາວຽກງານປ້ອງກັນ ແລະສະກັດກັ້ນໂລກລະບາດແຫ່ງຊາດ; ແຈ້ງອາການສຸຂະະພາບ, ການລາຍງານກ່ຽວກັບໂລກລະບາດ; ຈັດຕັ້ງການກວດ ແລະປິ່ນປົວພະຍາດສຸກເສີນ; ຈັດຕັ້ງການແຍກຕົວທາງສາທາລະນະສຸກ; ເຮັດອະນາໄມ, ສີດຢາຂ້າເຊື້ອຢູ່ເຂດເກີດໂລກລະບາດ; ບັນດາມາດຕະການປ້ອງກັນຕົນເອງ; ຄວບຄຸມການເຂົ້າ - ອອກເຂດເກີດໂລກລະບາດ; ລະດົມ, ນໍາໃຊ້ບັນດາແຫຼ່ງກໍາລັງຮັບໃຊ້ການເຄື່ອນໄຫວປ້ອງກັນ ແລະສະກັດກັ້ນ; ຮ່ວມມືກັບສາກົນໃນວຽກງານປ້ອງກັນ ແລະສະກັດກັ້ນໂລກລະບາດ ແລະບັນດາມາດຕະການອື່ນໆໃນຊ່ວງເວລາທີ່ເກີດໂລກລະບາດ.
            ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກໍາມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ, ບັນດາຮາກຖານສາທາລະນະສຸກ, ອົງການຈັດຕັ້ງ, ສ່ວນບຸກຄົນທີ່ກ່ຽວຂ້ອງຈົ່ງຜັນຂະຫຍາຍການປະຕິບັດບັນດາຄໍາຊີ້ນໍາຂອງຄະນະເລຂາສູູນກາງພັກ, ກົມການເມືອງ, ນາຍົກລັດຖະມົນຕີ, ບັນດາຄໍາຊີ້ນໍາຂອງຄະນະຊີ້ນໍາວຽກງານປ້ອງກັນ ແລະສະກັດກັ້ນໂລກລະບາດໂຄວິດ - 19 ແລະບັນດາຂໍ້ກໍານົດກົດໝາຍທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.
ຂໍ້ຕົກລົງສະບັບດັ່ງກ່າວມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ເມສາ ເປັນຕົ້ນໄປ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top