• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນເຕິິນຢຸງ ເນັ້ນໜັກເຖິງຄວາມສຳຄັນດ້ານຍຸດທະສາດຂອງການພົວພັນອາຊຽນ-ອາເມລິກາ

(ນາຍົກລັດຖະມົນຕີຫງວຽນເຕີິນຢຸງເນັ້ນໜັກເຖິງຄວາມສຳຄັນ
ດ້ານຍຸດທະສາດຂອງການພົວພັນອາຊຽນ-ອາເມລິກາ)
          ທີ່​ວາ​ລະ​ໄຊ​ກອງ​ປະ​ຊຸມ​ຂັ້ນ​ສູງ​ພິ​ເສດ​ອາ​ຊຽນ - ອາ​ເມ​ລິ​ກາ ໃນ​ຕອນ​ເຊົ້າ​ວັນ​ທີ 16/02, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ພ້ອມ​ກັບ​​ບັນ​ດາ​ການ​ນຳ​ອາ​ຊຽນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂ​ໍ້ “ຊຸກ​ຍູ້​ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ ຕາມ​ທິດ​ເສີ​ມ​ຂະ​ຫຍາຍ​ຈິດ​ໃຈ​ດຳ​ເນີນ​ທຸ​ລະ​ກິດ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ”. ​ໂດຍເປັນ​ປະ​ທານກອງ​ປະ​ຊຸມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ປາດ​ຖະ​ໜາ​ວ່າ, ອາ​ເມ​ລິກ​າ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ສືບ​ຕໍ່​ຊຸກຍ​ູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ໃຫ້​ພັດ​ທະ​ນາ​ຢ່າງ​ແຮງກວ່າ​ອີກ.
      ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ເນັ້ນ​ໜັກ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ຈະ​ຍູ້​ແຮງ​ວິ​ວັດ​ການ​ປ່ຽນ​ໃໝ່ຢ່າງ​ຮອບດ​້ານ, ຄົບ​ຊຸດ, ພ້​ອມ​ທັງ​ຕັ້ງ​ໜ້າ​ຜັນ​ຂ​ະ​ຫຍາຍ​ນະ​ໂຍ​ບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ເຂົ້າ​ຮ່ວມ​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ​ຢູ່​ຫຼາຍ​ຂັ້ນ. ໃນ​ນັ້ນ​ມີ​ປະ​ຊາ​ຄົ​ມ​ເສດ​ຖະ​ກິດ​ອາ​ຊຽນ, ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ, ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ…
      ເມື່ອ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ດ້ານຍຸດ​ທະ​ສາດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ - ອາ​ເມ​ລິ​ກາ ສຳ​ລັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັ​ດ​ທະ​ນາ​ຂອງ​ພາກ​ພື້​ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸ​ງ ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ 2 ຝ່າຍຕ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ທີ່​ໄດ້​ຕົກ​ລົງ​ນຳ​ກັນ​ແລ້ວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໂດຍ​ສະ​ເພາະ​ແມ່ນ​ແຜນ​ການ​ເຄື່ອນ​ໄຫວ​ອາ​ຊຽນ - ອາ​ເມລິ​ກາ​ໄລ​ຍະ 2016 – 2020, ເພີິ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງ​ທຶນ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ​ນ​ຢຸງ ກໍ​ສະ​ເໜີ​ສ້າງ​ຕັ້ງ​ສູນ​ອາ​ຊຽນ - ອາ​ເມລິ​ກາ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ເລີ່​ມ​​ດຳ​ເນີນ​ອາ​ຊີບ ແລະ ພັດ​ທະ​ນາ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຢູ່​ຫວຽດ​ນາມ ເພື່ອ​ແນ​ໃສ່​​ເສີ​ມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ກໍ​ຄື​ການ​ເຊື່ອນ​ຕໍ່​ຂອງ​ບັນ​ດາ​ວິ​ສາ​ຫະ​ກິ​ອາ​ຊຽນ.
 (​ແຫຼ່ງຄັດ​ຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top