• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມທົ່ວປະເທດກ່ຽວກັບພັດທະນາການທ່ອງທ່ຽວ

ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ  ເປັນ​ປະທານ
​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ພັດທະນາ​ການທ່ອງ​ທ່ຽວ
      ຕອນ​ເຊົ້າ​ວັນ​ທີ 09/08 ທ່າ​ນນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ພັດທະນາ​ການທ່ອງ​ທ່ຽວ ​​ເຊິ່ງໄດ້​ຈັດ​ຕັ້ງ​ຢູ່​ນະຄອນ ​ໂຮ້ຍອານ, ​ແຂວງ ກວາງ​ນາມ. ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ກອງ​ປະຊຸມ​ການທ່ອງທ່ຽວ​ຂອບ​ຂະໜາ​ດ​ໃຫຍ່​ທົ່ວ​ປະ​​ເທດ​ໄດ້​ຮັບ​ການຈັດ​ຕັ້ງ ດ້ວຍ​ການ​ເຂົ້າ​ຮ່ວມຢ່າງ​ຄົບ​ຖ້ວນ​ຂອງ​ຜູ້​ແທນທີ່​ມາ​ຈາກ​ບັນດາ​ກະຊວງ, ​ຂະ​ແໜງ​ການ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ຕ້ອງ​ຊອກ​ຫາ​ມາດ​ຕະການ ​ເພື່ອ​ນຳ​ການທ່ອງ​ທ່ຽວກາຍ​ເປັນ​ຂະ​ແໜງ​ເສດຖະກິດປາຍ​ແຫຼມ, ປະກອບ 10% ​ເຂົ້າ GDP ​ໃນ​ທົ່ວ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີຖືວ່າ: ຂະ​ແໜງ​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ ຄວນ​ຮ່ຳ​ຮຽນບົດຮຽນ​ທ່ອງ​ທ່ຽວ​ຈາກບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຄື: ​ໄທ, ມາ​ເລ​ເຊຍ, ສິງກະ​ໂປ. ວຽກ​ງານ​ຄຸ້ມ​ຄອງ​ລັດ​ຕ້ອງ​ສ້າງ​ເງື່ອນ​ໄຂ​ໃຫ້ການ​ທ່ອງ​ທ່ຽວ​ພັດທະນາ, ​ໃນ​ນັ້ນ ສ້າງ​ເງື່ອນ​ໄຂ​ພັດທະນາ​ບັນດາ​ເຄື່ອງໝາຍ​ການ​ຄ້າ​ທ່ອງ​ທ່ຽວ​ໃຫຍ່, ສ້າງບັນດາ​ວິ​ສາ​ຫະກິດ​ມີ​ຂອບ​ຂະໜາດ​, ລະດັບພາກ​ພື້ນ ​ແລະ ​ໂລກ, ມີ​ຄຸນ​ນະພາ​ບການ​ບໍລິການ​ດີ ​ໄດ້​ຮັບ​ການ​​ຮູ້ຈັກ ​ແລະ ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ແຂກ​ທ່ອງ​ທ່ຽວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:
      “ປະຊາ​ຄົມ​ເຮັດ​ການທ່ອງທ່ຽວ​ແມ່ນ​ປັດ​ໃຈ​ສຳຄັນ, ສິ່ງ​ນັ້ນ ​ແມ່ນ​ສຳຄັນ​ທີ່​ສຸດ​ສຳລັບ​ການ​ພັດທະນາ​ທ່ອງ​ທ່ຽວ​. ທີ 2 ​ແມ່ນ​ຕ້ອງ​ສ້າງ​ເຄື່ອງໝາຍ​​ການທ່ອງທ່ຽວ. ດ່າ​ໜັງ ພວມ​ສ້າງເຄື່ອງໝາຍ​ການ​ທ່ອງ​ທ່ຽວ​ເປັນ​ຢ່າງ​ດີ. ດັ່ງ​ນັ້ນ ຕ້ອງ​ກຳນົດ​ບັນດາ​ວິທີເຮັດ​ເຄື່ອງໝາຍ​ການ​ຄ້າ​ທີ່ດີ. ອົງການ​ສຳນັກງານ​ຄຸ້ມ​ຄອງ​ແຫ່ງ​ລັດ ຕ້ອງ​ກຳນົດ​ໜ້າ​ທີ່ ຕ້ອງ​ປະຕິບັດ​ເພື່ອ​ສ້າງ ​ແລະ ຮັບ​ໃຊ້ການ​ພັດທະນາ. ດັ່ງ​ນັ້ນ ຕ້ອງ​ປຶກສາ​ຫາລື​ເຖິງ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ, ສ້າງ​ວິ​ສາ​ຫະກິດ​ໃຫ້​ໝັ້ນຄົງເຂັ້ມ​​ແຂງ, ມີ​ຂອບ​ຂະໜາດ.”
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top