• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມກ່ຽວກັບແຜນຮ່າງທົດລອງຕາມຮູບແບບການປົກຄອງຕົວເມືອງຮ່າໂນ້ຍ

      ຕອນເຊົ້າວັນທີ 22 ມັງກອນ, ຄະນະພັກລັດຖະບານ ໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກນະຄອນຮ່າໂນ້ຍ ກ່ຽວກັບແຜນຮ່າງທົດລອງການຄຸ້ມຄອງຮູບແບບການປົກຄອງຕົວເມືອງນະຄອນຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວຄຳເຫັນທີ່ການເຮັດວຽກ
(ພາບ: VGP)
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເລຂາຄະນະພັກລັດຖະບານ ໃຫ້ຮູ້ວ່າ, ການປ່ຽນແປງໃໝ່ການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນເວົ້າລວມ ແລະ ອຳນາດການປົກຄອງເຂດຕົວເມືອງເວົ້າສະເພາະແມ່ນໜ້າທີ່ສຳຄັນ, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຈາກພັກ, ລັດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຜູ້ແທນແລກປ່ຽນ, ປະກອບຄຳເຫັນໃຫ້ຄະນະພັກນະຄອນຮ່າໂນ້ຍ ເພື່ອສ້າງແຜນຮ່າງໃຫ້ສົມບູບແບບ ດ້ວຍຄຸນນະພາບດີທີ່ສຸດ.
        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 21 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ເປັນປະທານການເຮັດວຽກຮັບຟັງບົດລາຍງານໝາກຜົນການຜະລິດ ແລະ ການຍິງດາວທຽມ Micro Dragon ຂອງຫວຽດນາມ ຂຶ້ນກັບໂຄງການປ້ອງກັນ, ຕ້ານໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດທີ່ນຳໃຊ້ດາວທຽມເພື່ອສັງເກດໜ່ວຍໂລກ.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top