• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບນາຍົກລັດຖະມົນຕີກຳປູເຈຍ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ Samdech Techo Hun Sen ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ.

(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen)

ຕອນເຊົ້າວັນທີ 07 ທັນວາ, ພາຍຫຼັງພິທີຕ້ອນຮັບໄດ້ຈັດຕັ້ງຢ່າງສົມກຽດຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ໄດ້ດຳເນີນການເຈລະຈາ.

        ທີ່ການເຈລະຈາ, 2 ຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາທີ່ຕັ້ງໜ້າຂອງການພົວພັນຫວຽດນາມ - ກຳປູເຈຍ ໃນໄລຍະຜ່ານມາ; ການນຳ 2 ປະເທດພ້ອມກັບບັນດາທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ, ໂດຍສະເພາະແມ່ນບັນດາທ້ອງຖິ່ນຢູ່ເຂດຊາຍແດນຮ່ວມ ໄດ້ພົບປະແລກປ່ຽນເປັນປະຈຳ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມສະເໜິດຕິດພັນນຳກັນ. ວົງເງິນການຄ້າ 2 ສົ້ນໃນປີ 2018 ໄດ້ມີບັນດາບາດກ້າວທີ່ໃຫຍ່ຫຼວງ, ຄາດວ່າ ປີ 2018 ຈະບັນລຸລະດັບ 4,5 ຕື້ USD. 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ມີປະສິດທິຜົນກວ່າອີກ ເພື່ອແນໃສ່ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງແຕ່ລະປະເທດ.

        ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ປຶກສາຫາລື, ເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ການຄ້າ, ການສຶກສາບຳລຸງສ້າງ, ກະສິກຳ - ປ່າໄມ້, ສິນໃນນ້ຳ, ວັດທະນະທຳ - ສິລະປະ ແລະ ການພົບປະປະຊາຊົນ.

        ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ແກ້ໄຂບັນດາບັນຫາທີ່ຍັງຄົງຂ້າງໃຫ້ເປັນຢ່າງດີ ບົນຈິດໃຈມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ.

        ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ການນຳ 2 ທ່ານໄດ້ເຫັນດີກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ຢືນຢັນສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ສືບຕໍ່ກໍ່ສ້າງ ແລະ ພັດທະນາປະຊາຄົມອາຊຽນ; ຊຸກຍູ້ການຮ່ວມມືເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ແລະ ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ… ມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

        ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Samdech Techo Hun Sen ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືບາງສະບັບ ໃນຂົງເຂດຄົມມະນາຄົມຂົນສົ່ງ, ຂີດເສັ້ນປັກຫລັກໝາຍຊາຍແດນ, ການສຶກສາ….

        ຕໍ່ຈາກນັ້ນ, ນາຍົກລັດຖະມົນຕີ 2 ທ່ານໄດ້ຈັດກອງປະຊຸມຂ່າວກ່ຽວກັບໝາກຜົນແຫ່ງການເຈລະຈາ. ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ແລະ ລ້ວນແຕ່ຖືວ່າ, 2 ປະເທດຈະບັນລຸວົງເງິນການຄ້າ 2 ສົ້ນແມ່ນ 5 ຕື້ USD ໃນປີ 2020 ໂດຍໄວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຊີ້ແຈ້ງວ່າ.

“ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີ Samdech Techo Hun Sen  ໄດ້ເຫັນດີວາງອອກບັນດາທິດທາງໃຫຍ່ ເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດຕາມທິດນໍາ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ນໍ້າໃຈໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”. ພວກຂ້າພະເຈົ້າຢັ້ງຢືນວ່າ ຈະສືບຕໍ່ນໍາການພົວພັນດ້ານການເມືອງໃຫ້ເລິກເຊິ່ງກວ້າງຂວາງກວ່່າອີກ, ຮັດແໜ້ນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອແນໃສ່ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມສະຫງົບ ແລະ ສະຖຽນລະພາບຂອງ ແຕ່ລະປະເທດໃຫ້ໝັ້ນຄົງເຂັ້ມແຂງ, ສະກັດກັ້ນອາດຊະຍາກໍາຂ້າມຊາດ ກໍຄືປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບໃຫ້ພາກພື້ນ. ສອງຝ່າຍ ເນັ້ນໜັກວ່າ ຈະສະຫງວນຄວາມບຸລິມະສິດສູງສຸດ ແລະ ມານະພະຍາຍາມກວ່າອີກ ເພື່ອແນໃສ່ບັນລຸໄດ້ບັນດາຜົນງານໃໝ່, ແທດຈິງໃນການຮ່ວມມືດ້ານເສດຖະກິດ, ນໍາການຮ່ວມມືເສດຖະກິດກາຍເປັນເສົາຄໍ້າທີ່ໝັ້ນຄົງເຂັ້ມແຂງຂອງການພົວພັນສອງປະເທດ. ພວກເຮົາເຫັນດີຈະສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍທັງໝົດ 22 ກົນໄກເຈລະຈາ, ຮ່ວມມືສອງຝ່າຍປະຈໍາໄລຍະ ໃຫ້ມີປະສິດທິຜົນ ເພື່ອໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດສອງປະເທດຮ່ວມມື, ລົງທຶນ, ດໍາເນີນທຸລະກິດ ດ້ວຍຄວາມປາດຖະໜາວ່າ ຍູ້ແຮງການເຄື່ອນໄຫວລົງທຶນລະຫວ່າງສອງປະເທດໃນຊຸກປີຈະມາເຖິງ”

(ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top