• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການເຂົ້າຮ່ວມ WEF Davos 2019

      ວັນທີ 25 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບຄືນປະເທດ, ສິ້ນສຸດການເຂົ້າຮ່ວມ WEF Davos 2019 ຢ່າງຈົບງາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີສະວິດ
(ພາບ: TTXVN)
            ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳບັນດາກຸ່ມບໍລິສັດແຖວໜ້າດ້ານການເງິນ - ພື້ນຖານໂຄງລ່າງຄື Visa, Generali, Bank Julius… ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ລັດຖະບານຫວຽດນາມ ຍັງຄົງຢຶດໝັ້ນໃນການພັດທະນາແບບສ້າງສັນ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງໃກ້ຊິດສະໜິດສະໜົມ ແລະ ເປີດອົກເປີດໃຈ, ຮັບຟັງ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຄົມວິສາຫະກິດ ແລະ ປະຊາຊົນ; ສ້າງຄວາມສະດວກໃຫ້ເສດຖະກິດພາກເອກະຊົນພັດທະນາຢ່າງແຮງກວ່າເຄື່ອນໄຫວບືນຕົວອອກສູ່ຕ່າງປະເທດ.
        ຢູ່ນອກກອງປະຊຸມ Davos, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບປະທານາທິບໍດີສະວິດ, ນາຍົກລັດຖະມົນຕີໂຮນລັງ, ນາຍົກລັດຖະມົນຕີສ.ເຊັກໂກ; ເຮັດວຽກກັບອະດີດຜູ້ອຳນວຍການຝ່າຍບໍລິຫານ WEF ແລະ ບັນດານັກລົງທຶນແຖວໜ້າຂອງສະວິດ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top