• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຢື້ຢາມຖາມຂ່າວ,ມອບຂອງຂວັນບຸນເຕັດໃຫ້ຊາວເຜົ່າສ່ວນໜ້ອຍແຂວງດັ໋ກນົງ

      ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງເຂດ ໄຕງວຽນ, ຕອນເຊົ້າວັນທີ 09 ກຸມພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢື້ຢາມຖາມຂ່າວ, ອວຍພອນບຸນເຕັດ ແລະ ມອບຂອງຂວັນ 200 ພູດໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວເປົ້າໝາຍນະໂຍບາຍຢູ່ເມືອງ ດັ໋ກຊອງ, ແຂວງ ດັ໋ກນົງ.

(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢື້ຢາມຖາມຂ່າວ,
ມອບຂອງຂວັນບຸນເຕັດໃຫ້ຊາວເຜົ່າສ່ວນໜ້ອຍແຂວງດັ໋ກນົງ)
      ກ່າວຄຳອວຍພອນປີໃໝ່ແກ່ປະຊາຊົນບັນດາເຜົ່າໃນແຂວງ ດັ໋ກນົງ, ທີ່ເມືອງດັ໋ກຊອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງແຜນນະໂຍບາຍຂອງພັກ, ລັດ ແມ່ນເບິ່ງແຍງດູແລເປັນພິເສດເຖິງປະຊາຊົນບັນດາເຜົ່າສ່ວນໜ້ອຍ, ໂດຍສະເພາະແມ່ນບັນດາຄອບຄົວເປົ້າໝາຍນະໂຍບາຍ, ປະສົບກັບຄວາມຫຍຸ້ງຍາກໃຫ້ໄດ້ຕ້ອນຮັບບຸນເຕັດ ຢ່າງເບີກບານມ່ວນຊື່ນ, ປອດໄພ.
        “ຂ້າພະເຈົ້າຕາງໜ້າໃຫ້ການນຳພັກ, ລັດ, ສົ່ງຄຳອວຍພອອັນດີງາມເຖິງພໍ່ແມ່ປະຊາຊົນບັນດາເຜົ່າແຂວງ ດັ໋ກນົງ, ເຊິ່ງໂດຍສະເພາະແມ່ນເມືອງ ດັ໋ກຊອງ. ບົນຈິດໃຈຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ, ອົບອຸ່ນ ແລະ ປະຢັດ. ມີຈິດໃຈໜຶ່ງອີກເຊິ່ງບໍ່ປະໃຫ້ຄອບຄົວໃດ, ບໍລິເວນໃດ, ຜູ້ໃດຖືກອິດຫິວ, ໂດຍສະເພາະແມ່ນບັນດາຄອບຄົວເປົ້າໝາຍທຸກຍາກ, ຄອບຄົວນະໂຍບາຍໃນບໍລິເວນແຂວງ. ຂ້າພະເຈົ້າປາດຖະໜາວ່າ, ແຜນນະໂຍບາຍນີ້, ແຂວງດັ໋ກນົງ ກໍຄືເມືອງ ດັ໋ກຊອງ ຕ້ອງກວດກາຢ່າງລະອຽດ, ເປັນຕົ້ນແມ່ນຢູ່ບັນດາເຂດ, ບໍລິເວນທີ່ຫ່າງໄກ່ຊອກຫຼີກ, ບໍ່ປະໃຫ້ເກີດສະພາບຄວາມຫຍຸ້ງຍາກ, ຂາດເງື່ອນໄຂເອົາໃຈໃສ່ເຖິງບຸນເຕັດ.”
        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໄປຢື້ຢາມຖາມຂ່າວ, ມອບຂອງຂວັນ, ອວຍພອນປີໃໝ່ແມ່ຫວຽດນາມ ວິລະຊົນ ເຈົາທິເງ້, ອາຍຸ 94 ປີ, ຢູ່ເທດສະບານເມືອງ ດຶກອານ, ເມືອງດັ໋ກຊອງ, ແຂວງດັກນົງ.
        ກໍ່ຢູ່ທີ່ນີ້, ສູນກາງພາກາແດງຫວຽດນາມ ໄດ້ມອບຂອງຂວັນ 100 ພູດ ຕາມລາຍການ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ໃຫ້ແກ່ບັນດາເປົ້າໝາຍ, ຄອບຄົວໃນບໍລິເວນແຂວງ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top