• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ເນື່ອງໃນໂອກາດ 111 ປີແຫ່ງວັນເພິ່ນເດີນທາງໄປຊອກຫາເສັ້ນທາງກູ້ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ.
  (ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຢ້ຽມງານວາງສະແດງ)  

ເນື່ອງໃນໂອກາດ 111 ປີແຫ່ງວັນປະທານ ໂຮ່ຈີມິນ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ (05 ມິຖຸນາ 1911 – 05 ມິຖຸນາ 2022), ຕອນເຊົ້າວັນທີ 05 ມິຖຸນາ, ຢູ່ຫໍພິພິທະພັນ ໂຮ່ຈີມິນ (ທ່າກ່ຳປັ່ນ ຍາຣົ່ງ), ຢູ່ເມືອງ 4, ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ.

ກ່ອນນີ້, 111 ປີ, ວັນທີ 05 ມິຖຸນາ 1911, ຈາກທ່າກ່ຳປັ່ນ ຍາຣົ່ງ - ທ່າກ່ຳປັ່ນ ໄຊ່ງ່ອນ (ນະຄອນ ໂຮ່ຈີມິນ), ມີຊາວໜຸ່ມຜູ້ໜຶ່ງຊື່ວ່າ ຫງວຽນເຕີດແທັງ - ຫຼັງຈາກນັ້ນແມ່ນ ປະທານ ໂຮ່ຈີມິນ, ໄດ້ເດີນທາງອອກຈາກປະເທດຊາດ ເລີ່ມຕົ້ນຊອກຫາເສັ້ນທາງເພື່ອປົດປ່ອຍປະເທດຊາດ. ພາຍຫຼັງໄລຍະກວ່າ 30 ປີແຫ່ງວັນອອກເດີນທາງໄປຊອກຫາເສັ້ນທາງເພື່ອກູ້ຊາດນັ້ນ, ປີ 1941, ເພິ່ນ ກັບເມືອປະເທດ, ຊີ້ນຳການປະຕິວັດ ຫວຽດນາມ, ດຳເນີນການປະຕິບັດເດືອນ ສິງຫາ ບັນລຸຜົນສຳເລັດ, ສ້າງສະຖາປະນາປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ (ປະຈຸບັນແມ່ນປະເທດສັງຄົມນິຍົມ ຫວຽດນາມ).

ຕອນເຊົ້າວັນດຽວກັນ, ກໍ່ທີ່ຫໍພິພິທະພັນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຖະຫວາຍທູບທຽນ ອາໄລຍະປະທານ ໂຕນດຶກທັງ; ເຂົ້າຢ້ຽມງານວາງສະແດງ “ໄຊ່ງ່ອນ (ນະຄອນ ໂຮ່ຈີມິນ) ຊຸມປີຕົ້ນສະຕະວັດທີ 20 - ເຂດເຊິ່ງ ຫງວຽນເຕີດແທັງ ມາ ແລະ ໄປຊອກຫາເສັ້ນທາງເພື່ອກູ້ຊາດ”.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top