• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັບ​ໝຶ່ນ​ຄົນ​ຫຼັ່ງ​ໄຫຼມາ ວາ​ຕີ​ກັງ ເພື່ອ​ອຳ​ລາ​ສັນ​​ຕະ​ປະ​ປາ Francis

ວັນທີ 23 ເມສາ, ມີປະມານ 20.000 ຄົນ ທີ່ມາຈາກທົ່ວທຸກສາລະທິດໃນໂລກມາລຽນແຖວເປັນຫຼາຍຊົ່ວໂມງຢູ່ ສະໜາມຫຼວງ ນັກບຸນ Peter ເພື່ອແສະແດງຄວາມເຄົາລົບນັບຖືຕໍ່ສັນຕະປະປາ Francis.
ນັບໝຶ່ນຄົນຫຼັ່ງໄຫຼມາ ວາຕີກັງ ເພື່ອອຳລາສັນຕະປະປາ Francis (ພາບ: TTXVN)

ສົບຂອງສັນຕະປະປາ Francis  ໄດ້ວາງຢູ່ ມະຫາວິຫານພະສັນຕະປະປາແຫ່ງນັກບຸນ Peter. ເວລາໄວ້ອາໄລຈະດຳເນີນຮອດວັນທີ 25 ເມສາ. ສັນຕະປະປາ Francis, ຜູ້ນຳຂອງຊາວກາໂຕລິກ 1,4 ຕື້ຄົນໃນໂລກ ໄດ້ຮຽກຮ້ອງໃຫ້ດຳເນີນພິທີກຳໃນງານສົບຢ່າງລຽບງ່າຍ. ເຖິງຢ່າງໃດກໍຕາມ, ໃນຕົວຈິງ, ພິທີແຫ່ໄດ້ດຳເນີນຢ່າງສົມກຽດ.

ງານສົບຂອງສັນຕະປະປາ Francis  ຈະດຳເນີນຢູ່ສະໜາມຫຼວງ ນັກບຸນ  Peter ໃນຕອນເຊົ້າວັນທີ 26 ເມສາ. ເຂົ້າຮ່ວມງານສົບມີການນຳຈາກຫຼາຍປະເທດໃນໂລກ, ລວມມີ: ນາຍົກລັດຖະມົນຕີ ອີຕາລີ, ນາຍົກລັດຖະມົນຕີ ອັງກິດ, ປະທານາທິບໍດີ ອາເມລິກາ ແລະ ລາຊະກຸມມານ ອັງກິດ..

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top