• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຮຽນ ຫວຽດ​ນາມ ຄວ້າ​ໄດ້​ລາງວັນ​ທີ 2 ໃນ​ການ​ເສັງ​ຂຽນ​ຈົດ​ໝາຍ​ສາ​ກົນ UPU ຄ​ັ້ງ​ທີ 54 ປີ 2025

ການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 54 (ປີ 2025) ດຶງດູດຜູ້ເຂົ້າຮ່ວມກວ່າ 1,6 ລ້ານຄົນ ທີ່ມາຈາກ 65 ປະເທດໃນໂລກ.
ນ້ອງ ຟ້າມດວ່ານມິງເຄວ, ຮຽນຫ້ອງ ປໍ5 ໂຮງຮຽນມັດຖະຍົມຕອນປາຍ ເລກຸຍດົນ, ເມືອງ ເຊີນຈາ, ນະຄອນ ດ່າໜັງ ຄວ້າໄດ້ລາງວັນທີ 2 (ພາບ: VGP)

ຈົດໝາຍເຂົ້າຮ່ວມການເສັງຂຽນຈົດໝາຍສາກົນ (UPU) ຄັ້ງທີ 54 (ປີ 2025) ຂອງນ້ອງ ຟ້າມດວ່ານມິງເຄວ, ຮຽນຫ້ອງ ປໍ5 ໂຮງຮຽນມັດຖະຍົມຕອນປາຍ ເລກຸຍດົນ, ເມືອງ ເຊີນຈາ, ນະຄອນ ດ່າໜັງ ຄວ້າໄດ້ລາງວັນທີ 2 ສາກົນ. ຂໍມູນດັ່ງກ່າວໂດຍ ສະຫະພັນໄປສະນີໂລກ (UPU) ປະກາດໃນຂອບເຂດພິທີປິດ ກອງປະຊຸມໃຫຍ່ໄປສະນີໂລກຄັ້ງທີ 28, ຢູ່ Dubai, ສະຫະລັດ ອາຣັບ ເອມມີເລດ ຈັດຂຶ້ນໃນວັນທີ 19 ກັນຍາ. ການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 54 (ປີ 2025) ດຶງດູດຜູ້ເຂົ້າຮ່ວມກວ່າ 1,6 ລ້ານຄົນ ທີ່ມາຈາກ 65 ປະເທດໃນໂລກ. ລາງວັນທີ 1 ໄດ້ແກ່ນັກສຶກສາ ຕວັກກີ. ຜູ້ຕາງໜ້າ Burkina Faso ຄວ້າໄດ້ລາງວັນທີ 3 ໃນການເສັງດັ່ງກ່າວ.

        ນີ້ແມ່ນຄັ້ງທີ 19 ທີ່ ຫວຽດນາມ ມີນັກຮຽນຄວ້າໄດ້ລາງວັນສາກົນໃນການເສັງຂຽນຈົດໝາຍສາກົນ UPU ພາຍຫຼັງທີ່ເຂົ້າຮ່ວມມາໄດ້ 37 ປີ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ ປີ 2026 ໄດ້​ເປີດ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່, ສ້າງ​ພື້ນ​ຖານ​ໃຫ້​ແກ່​ຮູບ​ແບບ​ບໍ​ລິ​ຫານ​ຕົວ​ເມືອງ​ທັນ​ສະ​ໄໝ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ນະ​ຄອນຫຼວງ​ໃນ​ໄລ​ຍະ​ຍາວ.

Top