• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຮຽນ​ຮູ້​ສາ​ກົນ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ ໄລ​ຍະ 50 ປີ​ແຫ່ງ​ການ​ຫັນ​ປ່ຽນ​ຂອງ ຫວຽດ​ນາມ

ຫວຽດນາມ ບໍ່ພຽງແຕ່ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ ຜ່ານບັນດາການພົວພັນຄູ່ຮ່ວມມືຍຸດທະສາດເທົ່ານັ້ນ ຫາກຍັງເປັນເຈົ້າການ, ຕັ້ງໜ້າເດີນຕາມ ແລະ ເຊື່ອມໂຍງເຂົ້າກັບສາກົນອີກດ້ວຍ.
ທ່ານສາດສະດາຈານ Carl Thayer (ພາບ: TTXVN)

ໂດຍຕອບສຳພາດຂອງນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳ ອົດສະຕາລີໃນວັນທີ 11 ເມສາ, ທ່ານສາດສະດາຈານ Carl Thayer ຂຶ້ນກັບສະຖາບັນປ້ອງກັນປະເທດ ອົດສະຕາລີ, ມະຫາວິທະຍາໄລ New South Wales ຖືວ່າ ໃນໄລຍະ 50 ປີຜ່ານມານັບແຕ່ເວລາທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025), ຫວຽດນາມໄດ້ຫັນປ່ຽນຕົວເອງຈາກປະເທດພວມພັດທະນຖືກສົງຄາມທຳລາຍກາຍເປັນປະເທດສັນຕິພາບ ບັນລຸຖານະເປັນປະເທດມີລາຍຮັບປານກາງຕ່ຳ. ທ່ານສາດສະດາຈານ Carl Thayer ຖືວ່າ ຫວຽດນາມ ບໍ່ພຽງແຕ່ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ ຜ່ານບັນດາການພົວພັນຄູ່ຮ່ວມມືຍຸດທະສາດເທົ່ານັ້ນ ຫາກຍັງເປັນເຈົ້າການ, ຕັ້ງໜ້າເດີນຕາມ ແລະ ເຊື່ອມໂຍງເຂົ້າກັບສາກົນອີກດ້ວຍ. ທ່ານສາດສະດາຈານ Carl Thayer ສະແດງຄວາມເຊື່ອໝັ້ນຕໍ່ອະນາຄົດທີ່ສົດໃສຂອງ ຫວຽດນາມຍ້ອນວ່າ ຫວຽດນາມ ຍາມໃດກໍ່ກ້າຮັບບັນດາສິ່ງທ້າທາຍ ແລະ ຫັນມັນກາຍເປັນກາລະໂອກາດ.

ໃນຂະນະນັ້ນ, ທ່ານ Luis Arce ນັກຂ່າວສະໜາມຮົບຊາວກຸຍບາ, ຜູ້ທີ່ມີໜ້າຢູ່ໄຊງ່ອນເມື່ອວັນທີ 30 ເມສາ 1975 ຖືວ່າ ໄຊຊະນະນີ້ໄດ້ຮັບຖືວ່າແມ່ນຂີດໝາຍປະຫວັດສາດຂອງຊາດຫວຽດນາມ. ຫວຽດນາມ ໄດ້ຢູ່ໃນຍຸກສະໄໝໃໝ່ໃນໄລຍະ 50ປີຜ່ານມາ ແລະ ຖ້າພິຈາລະນາກ່ຽວກັບເວລາທີ່ສັ້ນໆຄືຈັງຊີ້, ຫວຽດນາມ ບັນລຸໄດ້ໄຊຊະນະດ້ານເສດຖະກິດ ແລະ ລະບອບລະບຽບການໃນທຸກຂົງເຂດພູມປັນຍາ ແລະ ປະດິດຄິດສ້າງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ຕອນເຊົ້າວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບ ແລະ ຈັດສັນລະບົບການຈຳໜ່າຍນ້ຳມັນເຊື້ອໄຟຄືນໃໝ່.

Top