• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຊ່ຽວ​ຊານ ກູ​ບາ: ກາ​ນ​ຢ້ຽມ​ຢາມ ກູ​ບາ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ​ະ ແມ່ນ​ເໜືອກວ່າ​ບັນ​ດາ​ພິ​ທີ​ການ​ເປັນ​ປະ​ເພ​ນີ

ດ້ວຍນໍ້າໃຈຄວາມຮັກແພງແບບພິເສດ ຂອງປະຊາຊົນສອງປະເທດ, ການຢ້ຽມຢາມ ກູບາ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນເໜືອກວ່າພິທີການເປັນປະເພນີ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກການນຳຂັ້ນສູງສຸດຢູ່ປະເທດເກາະ Caribe.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz (ພາບ: TTXVN)  

ການຢ້ຽມຢາມ ກູບາ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນແງ່ມູມການເມືອງ, ສ້າງເງື່ອນໄຂຊຸກຍູ້ການແລກປ່ຽນລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອໃຫ້ ກູລາ ແລະ ຫວຽດນາມ ຮຽນຮູ້ບົດຮຽນປະສົບການເຊິ່ງກັນແລະກັນໃນທຸກຂົງເຂດ ແລະ ບັນລຸໄດ້ຂໍ້ຕົກລົງທີ່ກ່ຽວຂ້ອງເຖິງຂົງເຂດການເມືອງ - ການຕ່າງປະເທດ ແລະ ເສດຖະກິດ. ນັ້ນແມ່ນຂໍ້ສັງເກດຂອງ ປອ. Ruvislei Gonzalez Saez, ຮອງປະທານສະມາຄົມມິດຕະພາບ ກູບາ - ຫວຽດນາມ, ຜູ້ຮັບຜິດຊອບໂຄງການພົວພັນສາກົນ ຢູ່ ກູບາ, ໃນວັນທີ 17 ເມສາ, ເນື່ອງໃນໂອກາດ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢ້ຽມຢາມ ກູບາ ຢ່າງເປັນທາງການ.

ທ່ານ ປອ. Ruvislei Gonzalez Saez ຢັ້ງຢືນວ່າ ດ້ວຍນໍ້າໃຈຄວາມຮັກແພງແບບພິເສດ ຂອງປະຊາຊົນສອງປະເທດ, ການຢ້ຽມຢາມ ກູບາ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນເໜືອກວ່າພິທີການເປັນປະເພນີ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກການນຳຂັ້ນສູງສຸດຢູ່ປະເທດເກາະ Caribe. ຕາມທ່ານແລ້ວ, ການພົວພັນລະຫວ່າງ ກູບາ ແລະ ຫວຽດນາມ ມີຄວາມໝາຍຢ່າງໃຫຍ່ຫຼວງ ບໍ່ພຽງແຕ່ໃນແງ່ມູມການພົວພັນສາກົນຂອງສອງປະເທດ ເທົ່ານັ້ນ ຫາກຍັງແມ່ນການພັດທະນາຂອງພາລະກິດປ້ອງກັນປະເທດ ແລະ ກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດອີກດ້ວຍ.

 

(ແຫຼ່ງຄັດຈາກ VOV)

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

ທ່ານເອກອັກຄະລັດຖະທູດ ຫງວຽນວັນຈູງ ໃຫ້ຮູ້ວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງ 2 ຊາດ.

Top