• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກສຶກສາລາວຢູ່ສະຖາບັນການຕ່າງປະເທດ ຕ້ອນຮັບບຸນປີໃໝ່ ພ.ສ 2561

      ນອກຈາກບັນດາລາຍການສະແດງສິລະປະເປີດສາກລາຍການ, ແລ້ວຍັງມີພິທີບາສີສູ່ຂວັນ, ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງປະເທດລາວ

ພິທີບາສີສູ່ຂວັນ       
      ຕອນເຊົ້າວັນທີ 7 ເມສາ, ໃນບໍລິເວນສະຖາບັນພົວພັນຕ່າງປະເທດ ຮ່າໂນ້ຍ ໄດ້ຈັດຕັ້ງບຸນປີໃໝ່ລາວ ພ.ສ 2561. ເຂົ້າຮ່ວມພິທີມີຜູ້ຕາງໜ້າສະຖານທູດ ສປປ ລາວ ປະຈຳ ຫວຽດນາມ, ຜູ້ຕາງໜ້າຄະນະອຳນວຍການສະຖາບັນ ພ້ອມກັບນັກສຶກສາ, ນັກຄົ້ນຄ້ວາລາວ ແລະ ຫວຽດນາມ ກ່ວາ 100 ຄົນ. ນອກຈາກບັນດາລາຍການສະແດງສິລະປະເປີດສາກລາຍການ, ແລ້ວຍັງມີພິທີບາສີສູ່ຂວັນ, ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງປະເທດລາວ, ບັນດາແຂກຖືກເຊີນ ຍັງໄດ້ພ້ອມກັນຟ້ອນລຳວົງ - ເຊິ່ງເປັນວາດຟ້ອນທີ່ເປັນເອກະລັກສະເພາະຂອງດິນແດນແຫ່ງດອກຈຳປາ. ປີໃດ ສະຖາບັນພົວພັນຕ່າງປະເທດ ກໍ່ສ້າງເງື່ອນໄຂຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ໃຫ້ແກ່ນັກສຶກສາລາວ ຮ່ຳຮຽນຢູ່ທີ່ນີ້. ປີນີ້, ພິທີຕ້ອນຮັບບຸນປີໃໝ່ໄດ້ຈັດຕັ້ງກ່ອນທິດໜຶ່ງເມື່ອທຽບໃສ່ງານບຸນທາງການ. ທ່ານນາງ ຟ້າມລານຢູງ, ຮອງຜູ້ອຳນວຍການສະຖາບັນ ໄດ້ຝາກເຖິງບັນດານັກສຶກສາ, ນັກຄົ້ນຄ້ວາລາວ ບັນດາຄຳອວຍພອນອັນດີງາມທີ່ສຸດໃນໂອກາດນີ້:
        ໂດຍຕາງໜ້າໃຫ້ຄະນະຜູ້ອຳນວຍການສະຖາບັນ ຂໍຝາກໃຫ້ພວກເພື່ອນບັນດາຄຳອວຍພອນປີໃໝ່ດີງາມທີ່ສຸດ. ຂ້າພະເຈົ້າເອງມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ພົບປະກັບບັນດານັກສຶກສາລາວ ໃນງານບຸນນີ້, ຂ້າພະເຈົ້າໄດ້ຮັບຊົມບັນດາວາດຟ້ອນທີ່ເປັນເອກະລັກສະເພາະໂດຍບັນດານັກສຶກສາລາວສະແດງ, ມັນເຕັມໄປດ້ວຍພະລັງຊີວິດ, ສີສັນສົດໃສເພື່ອຕ້ອນຮັບປີໃໝ່. ຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ຍາມໃດກໍ່ເຕັມໄປດ້ວຍພະລັງຊີວິດຂອງໄວໜຸ່ມ, ສຳຄັນທີ່ສຸດແມ່ນຮ່ຳຮຽນໃຫ້ດີ ແລະ ມີຊ່ວງເວລາຮ່ຳຮຽນເຕັມໄປດ້ວຍຄວາມໝາຍເມື່ອຮຽນຢູ່ ຫວຽດນາມ.
ພາບປະກອບ
       (ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top