• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກວິທະຍາສາດ ຫວຽດນາມ ປະດິດ “SmartEyes” ປ້ອງກັນ, ຕ້ານໂຄວິດ - 19

      ເພື່ອແນໃສ່ພັດທະນາບັນດາມາດຕະການ, ອຸປະກອນເຕັກໂນໂລຢີ ຊ່ວຍປ້ອງກັນ,ຕ້ານໂລກລະບາດໂຄວິດ - 19, ຫວ່າງມໍ່ໆມານີ້, ບັນດານັກວິທະຍາສາດ ຢູ່ສູນຄອມພິວເຕີ ແລະ ຄິດໄລ່ (ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ) ໄດ້ພັດທະນາສຳເລັດອຸປະກອນກວດກາການແຈ້ງອາການສຸຂະພາບອັດສະລິຍະ - ທີ່ມີຊື່ວ່າ Cli- SmartEyes. 
ລະບົບ Cli- SmartEyes ໄດ້ຕິດຕັ້ງຢູ່ ຕະຫຼາດຮ່າງຢາ, ຮ່າໂນ້ຍ (ພາບ: NVCC )
      ຕາມນັ້ນແລ້ວ, ອຸປະກອນນີ້ອາດຈະຕິດຕາມຜູ້ເຂົ້າອອກ ດ້ວຍຈຳນວນຫຼາຍ ແລະ ກວດພົບບັນດາກໍລະນີທີ່ມີຄວາມສ່ຽງແຜ່ລະບາດພະຍາດແບບອັດຕະໂນມັດ, ແທນທີ່ການວັດແທກອຸນຫະພູມຮ່າງກາຍດ້ວຍມື ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງໃຫ້ແກ່ຜູ້ນຳໃຊ້ ແລະ ຈຳກັດສະພາບຕິດເຊື້ອໃສ່ຄົນອື່ນ. ຜູ້ບໍ່ມີເງື່ອນໄຂຄົບຖ້ວຍໄປຜ່ານປະຕູ, ຈະມີການແຈ້ງເຕືອນ, ໜ້າຈໍຈະແຈ້ງເຫດຜົນ (ເປັນໄຂ້, ມີຄວາມສ່ຽງຕິດເຊື້ອຢູ່ລະດັບສູງ…). ທ່ານຮອງສາດສະດາຈານ, ປ.ອ ຟ້າມຮົ່ງກວາງ ຢູ່ສູນຄອວພິວເຕີ ແລະ ຄິດໄລ່ໃຫ້ຮູ້ວ່າ:
      ຢູ່ຕາມປ້ອມປ້ອງກັນໂຄວິດ  - 19 ເຂົາເຈົ້າມີຄວາມສ່ຽງຕິດເຊື້ອສູງທີ່ສຸດ ເມື່ອ ໄດ້ສຳຜັດກັບຫຼາຍພັນຄົນ ແລະ ທີ 2 ແມ່ນມີຄວາມສ່ຽງແຜ່ເຊື້ອໃຫ້ແກ່ຜູ້ອື່ນ. ຕາມການຄາດຄະເນຂອງ ກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ຖ້າຫາກວ່າ ພື້ນຖານເສດຖະກິດ ເປີດປະຕູ ຕ້ອງມີປະມານ 6 ລ້ານຮາກຖານຕ້ອງ Scan ລະຫັດ QR… ຖ້າຫາກວ່າເອົາຄົນໄປຢືນກວດຢູ່ຕາມປ້ອມນັ້ນ ແມ່ນຕ້ອງໃຊ້ຫຼາຍຄົນທີ່ສຸດ, ແຕ່ອຸປະກອນນີ້ ສາມາດປ່ຽນແທນ ແລະ ຫຼຸດຜ່ອນທຸກໆຄວາມສ່ຽງຕິດເຊື້ອ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top