• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກລົງທຶນຍີ່ປຸ່ນ ແມ່ນໜຶ່ງໃນບັນດາແບບຢ່າງຂອງບັນດານັກລົງທຶນ FDI ຢູ່ຫວຽດນາມ

ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ ດ້ວຍຫົວຂໍ້ວ່າ: ກາລະໂອກາດໃໝ່, ວິໄສທັດໃໝ່ໃນການລົງທຶນຈາກຕ່າງປະເທດ ຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ ດ້ວຍຫົວຂໍ້ວ່າ: ກາລະໂອກາດໃໝ່, ວິໄສທັດໃໝ່ໃນການລົງທຶນຈາກຕ່າງປະເທດ ຢູ່ຫວຽດນາມ ທີ່ໂຕກຽວ (ພາບ: vov.vn)

 

ຕອນເຊົ້າວັນທີ 10 ຕຸລາ,ຢູ່ນະຄອນຫຼວງ ໂຕກຽວ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນໍ້າຂອງ - ຍີ່ປຸ່ນ ແລະ ຢ້ຽມຢາມ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຫວຽດນາມ ດ້ວຍຫົວຂໍ້ວ່າ: ກາລະໂອກາດໃໝ່, ວິໄສທັດໃໝ່ໃນການລົງທຶນຈາກຕ່າງປະເທດ ຢູ່ຫວຽດນາມ. ກ່າວຄໍາເຫັນຕໍ່ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຈໍານວນ 1.200 ຄົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ຍີ່ປຸ່ນ ແມ່ນຄູ່່ຮ່ວມມືສໍາຄັນຂອງຫວຽດນາມ ແລະກໍ່ເປັນຜູ້ສະໜອງ ທຶນ ODA ຫຼາຍທີ່ສຸດໃຫ້ແກ່ຫວຽດນາມ, ເຊິ່ງຢືນອັນດັບທີສອງກ່ຽວກັບ FDI ແລະ ອັນດັບທີ 4 ກ່ຽວກັບວົງເງິນການຄ້າສອງຝ່າຍ.

        ຫວຽດນາມສົ່ງເສີມບັນດາວິສາຫະກິດລົງທຶນເຂົ້າພື້ນຖານໂຄງລ່າງມີຄຸນນະພາບສູງ ຄື ລະບົບຄົມມະນາຄົມ, ພະລັງງານ, ໂທລະຄົມມະນາຄົມ, ພິເສດແມ່ນພື້ນຖານໂຄງລ່າງເຂດອຸດສາຫະກໍາຕາມບັນດາຮູບການຢ່າງມີໄຫວພິບ. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ຮູ້ວ່າ ຫວຽດນາມ ພວມພັດທະນາບັນດາວິສາຫະກິດຂະໜາດໜ້ອຍ ແລະກາງ, ຊຸກຍູ້ການ ເລີ່ມທຸລະກິດ start up, ເຊື່ອມຕໍ່ບັນດາລະບົບສະພາບແວດລ້ອມແຫ່ງການ ເລີ່ມທຸລະກິດ start up ຢູ່ພາກພື້ນ ແລະ ໃນທົ່ວໂລກ, ສົ່ງເສີມບັນດານັກລົງທຶນຈາກຕ່າງປະເທດເຂົ້າມາລົງທຶນໃນວິສາຫະກິດ ເລີ່ມທຸລະກິດ start up ຂອງຫວຽດນາມ ຕາມບັນດາລະບຽບການທີ່ງ່າຍດາຍ ກ່ຽວກັບການ ມອບໂອນທຶນຮອນ ແລະ ຜົນກໍາໄລ ອອກໄປຍັງຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ຕາມການຕີລາຄາຂອງພວກຂ້າພະເຈົ້າແລ້ວ, ບັນດານັກລົງທຶນຍີ່ປຸ່ນຂອງຫວຽດນາມ ພວມໄດ້ຮັບຖືວ່າ ແມ່ນ ໜຶ່ງໃນບັນດາແບບຢ່າງຂອງບັນດານັກລົງທຶນ FDI ຢູ່ຫວຽດນາມ ກ່ຽວກັບຄວາມມານະອົດທົນ, ເຈດຈໍານົງໃນການຕັດສິນໃຈ, ລັກສະນະລະບຽບວິໄນ, ຄວາມສັດຊື່ ແລະນັບທັງລັກສະນະມີປະສິດທິຜົນຂອງການລົງທຶນ. ເງິນລົງທຶນຂອງພວກເພື່ອນ ພວມສວມບົດບາດສໍາຄັນ ແລະ ເຮັດໃຫ້ເພີ່ມກໍາລັງຄວາມສາມາດໃນການແກ້ງແຍ້ງລະຫວ່າງບັນດາແຫຼ່ງເງິນລົງທຶນ FDI ເຂົ້າຫວຽດນາມ. ປັດຈຸບັນ ມີບັນດາກຸ່ມວິສາຫະກິດໃຫ່ຍຂອງຍີ່ປຸນ ພວມມີໜ້າຢູ່ຫວຽດນາມ ດ້ວຍບັນດາຜະລິດຕະພັນທີ່ມີຊື່ສຽງ , ມີລັກສະນະແກ້ງແຍ້ງ, ລະດັບເຕັກນິກທັນສະໄໝ ແລະ ມີການເຂົ້າຮ່່ວມຢ່າງຕັ້ງໜ້າໃນການເຄື່ອນໄຫວສົ່ງອອກ”.


ທ່ານ ຫງວຽນຊວນຟຸກ ເປັນສັກຂີພິຍານ ພິທີມອບບັນດາຂໍ້ຕົກລົງຮ່ວມມື ທີ່ໄດ້ລົງນາມກັນລະຫວ່າງ ບັນດາວິສາຫະກິດ, ກະຊວງ, ຂະແໜງການ, ທ້ອງຖິ່ນ ສອງປະເທດ (ພາບ:vov.vn)

  ທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ໄດ້ເປັນສັກຂີພິຍານ ພິທີມອບບັນດາຂໍ້ຕົກລົງຮ່ວມມື ທີ່ໄດ້ລົງນາມກັນລະຫວ່າງ ບັນດາວິສາຫະກິດ, ກະຊວງ, ຂະແໜງການ, ທ້ອງຖິ່ນ... ສອງປະເທດ ດ້ວຍຍອດມູນຄ່າ ເກືອບ 10 ຕື້ USD.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມສົນທະນາກັບບັນດາວິສາຫະກິດໃຫຍ່ຂອງຍີ່ປຸ່ນໃນຂົງເຂດ ອຸດສາຫະກໍາໜູນຊ່ວຍ ແລະ ເຕັກໂນໂລຢີສູງ; ຕ້ອນຮັບປະທານທະນາຄານ MUFJ, ປະທານ, ຜູ້ອໍານວຍການໃຫຍ່ບໍລິສັດ Mitsubishi ແລະ ປະທານອົງການການຄ້າ ຍີ່ປຸ່ນ JETRO.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top