• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກທຸລະກິດ ຫວຽດນາມ ສືບຕໍ່ສ້າງວັດທະນະທຳການດຳເນີນທຸລະກິດ, ຍົກສູງຄວາມຮັບຜິດຊອບໃນສັງຄົມ

ປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ ຈະນັບມື້ນັບເຕີບໂຫຍ່ເຂັ້ມແຂງ, ເສີມຂະຫຍາຍບົດບາດນຳໜ້າໃນການພັດທະນາເສດຖະກິດ-ສັງຄົມປະເທດຊາດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບວິສາຫະກິດ 124 ແຫ່ງທີ່ມີຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດປີ 2020 . ພາບ: VGP

ວັນທີ 29 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ. ທ່ານ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ: ປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ ຈະນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ເສີມຂະຫຍາຍບົດບາດນຳໜ້າໃນການພັດທະນາເສດຖະກິດ-ສັງຄົມປະເທດຊາດ. ເນື້ອໃນຈົດໝາຍມີຕອນຂຽນວ່າ ກ້າວເຂົ້າໄລຍະພັດທະນາໃໝ່, ບັນດາວິສາຫະກິດ, ນັກທຸລະກິດ ຫວຽດນາມ ຄວນເສີມຂະຫຍາຍນ້ຳໃຈຮັກຊາດຢ່າງແຮງ, ມີຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ ແລະ ຄວາມຄາດຫວັງບືນຕົວຂຶ້ນ, ສືບຕໍ່ມານະພະຍາຍາມ, ມີຄຸນນະທາດ, ເປັນເຈົ້າການປ່ຽນແປງໃໝ່, ປະດິດຄິດສ້າງ.

     ພັກ ແລະ ລັດຈະສືບຕໍ່ຍູ້ແຮງການປະຕິຮູບ, ສ້າງລະບອບລະບຽບການໃຫ້ສຳເລັດ, ສ້າງພື້ນຖານໝັ້ນແກ່ນໃຫ້ແກ່ການພັດທະນາ, ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນວິວັດການພັດທະນາ, ລັດຖະບານຍາມໃດກໍ່ຮ່ວມເດີນທາງ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ດ້ວຍຄວາມຄາດຫວັງບືນຕົວຂຶ້ນຫລຸດຜ່ອນຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຂອງປະຊາຊົນ.

     ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ ຈະນັບມື້ນັບເຕີບໂຫຍ່ເຂັ້ມແຂງ, ເສີມຂະຫຍາຍບົດບາດນຳໜ້າໃນການພັດທະນາເສດຖະກິດ-ສັງຄົມປະເທດຊາດ, ປະກອບສ່ວນປະຕິບັດຄວາມຄາດຫວັງກ່ຽວກັບ ຫວຽດນາມ ຈະເລີນຮຸ່ງເຮືອງ, ວັດທະນາຖາວອນໃນປີ 2045 ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ໃຫ້​ບູ​ລິ​ມະ​ສິດ​ສູງ​ສຸດ​​ແກ່​ການ​ປັບ​ປຸງ ແລ​ະ ເພີ່ມ​ທະ​ວີ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ໃຫ້​ບູ​ລິ​ມະ​ສິດ​ສູງ​ສຸດ​​ແກ່​ການ​ປັບ​ປຸງ ແລ​ະ ເພີ່ມ​ທະ​ວີ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ສປປ.ລາວ, ຕອນເຊົ້າວັນທີ 25 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

Top