• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຍິງປືນຮ່ວາງຊວນວີງຄ້ວາຫຼຽນເງິນໃນງານແຂ່ງຂັນຍິງປືນໂລກ

ນັກ​ຍິງ​ປືນ ດ່​ວານ​ຊວນວ​ີງ
           ​​​ທີ່​ການ​ຍິງ​ປືນ​ຮອບ​ຊິງ​ສະ​ນະ​ເລີດ​ເນື້ອ​ໃນ 10ມ ປືນລົມ​​ສັ້ນ​ປະ​ເພດ​ຊາຍດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 28/2, ນັກ​ຍິງ​ປືນ ດ່​ວານ​ຊວນວ​ີງ ຄ້​ວາ​ໄດ້​ຫຼຽນ​ເງິນ ໃນ​​ງານ​ແຂ່ງ​ຂັນ​ຍິງ​ປືນ​ໂລກ, ຈັດ​ຕັ້ງ​ຢູ່​ນະ​ຄອນຫຼວງ ນີວ​ເດລ​ີ (ປະ​ເທດ ອິນ​ເດຍ). ລາງວັນ​ປີນີ້​ໄດ້​ດຳ​ເນີນ​ດ້ວຍ​ກົດ​ລະ​ບຽບ​ໃໝ່, ໃນ​ຮອບ​ຊິງ​ຊະ​​ນະ​ເລີ​ດ, ຮອບ​ທຳ​ອິດ​ຜູ​້​ລະ​ໄດ້​ຍິງ​ 2 ນັດ, ​ນັກ​ລະ​ມີ​ລູກ​ປືນ 5 ລູກ​ແທນ​ທີ 3 ລູກ​ຄື​ກ່​່ອນນີ້. ໃນ​ຮອ​ບ​ສຸດ​ທ້າຍ, ຮ່​ວາງ​ຊວນ​ວີງ ຍິງ​ໄດ້ 9,5 ຄະ​ແນນ ແລະ 9,8 ຄະ​ແນນ. ສຸດ​ທ້າຍ​ລາວ​ຍາດ​ໄດ້​ທັງ​ໝົດ​ 236,6 ຄະ​ແນນ ຄ້​ວາ​ໄດ້ຫຼຽນ​ເງິນ ສ່ວນ ນັກ​ກິ​ລາ​ຊາວ ຍີ່​ປຸ່ນ  Tomoyuki Matsuda ຄ້​ວາ​ໄດ້ຫຼຽນ​ຄຳ ແລະ ທຳ​ລາຍ​ສະ​ຖິ​ຕິ​ໂລກ​ເມື່ອ​ຍາດ​ໄດ້ 240,1 ຄະ​ແນນ.
 (ແຫຼ່ງຄັດຈາກ VOV)

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ວັນ​ທີ 02 ມິ​ຖຸ​ນາ, ທ່ານ Yury Ushakov ຜູ້​ຊ່ວຍ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແຈ້ງ​ໃຫ້​ຊາບ​ວ່າ ມີ​ຜູ້​ແທນ​ປະ​ມານ 20.000 ທ່ານ ທີ່​ມາ​ຈາກກວ່າ 100 ປະ​ເທດ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg 2026 (SPIEF 2026) ທີ່​ດຳ​ເນີນ​ແຕ່​ວັນ​ທີ 03 ຫາ​ວັນ​ທີ 06 ມິ​ຖຸ​ນາ.

Top