• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານ ລັດເຊຍ ຕີລາຄາສູງຄວາມມານະພະຍາຍາມປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ

      ວັນທີ 27 ມິຖຸນາ, ສະຖານີວິທະຍຸ Sputnik ຂອງ ລັດເຊຍ ໄດ້ອອກຂ່າວ ໃນສະພາບການເພີ່ມທະວີການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດປ້ອງກັນ, ຕ້ານການສໍ້ລາດບັງຫລວງ ດ້ວຍເນື້ອໃນຕົ້ນຕໍແມ່ນການຕໍ່ສູ້ຕ້ານ “ສັດຕູພາຍໃນ”.

ກອງປະຊຸມທົ່ວປະເທດປ້ອງກັນ, ຕ້ານການສໍ້ລາດບັງຫລວງ (ພາບ: TTXVN)
      ຕາມສະຖານີວິທະຍຸດັ່ງກ່າວແລ້ວ, ໃນບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ບັນດາການນຳລັດ, ລວມມີບັນດາອົງການກວດກາ ແລະ ປະຕິບັດກົດໝາຍຂອງ ຫວຽດນາມ, ໄດ້ສ້າງແຜນການຂະໜາດໃຫຍ່ ເພື່ອດັບສູນໄພສໍ້ລາດບັງຫລວງໃຫ້ສຸດກົກສຸດປາຍພາຍໃນປະເທດ.
        ໃນການຕອບສຳພາດຕໍໍ່ສະຖານີວິທະຍຸ Sputnik, ບັນດານັກຊ່ຽວຊານ ລັດເຊຍ ຕີລາຄາສູງໝາກຜົນຂອງກອງປະຊຸມດັ່ງກ່າວ. ທ່ານສາດສະດາຈານ Vladimir Kolotov ຫົວໜ້າສະຖາບັນ ໂຮ່ຈີມິນ ສັງກັດມະຫາວິທະຍາໄສສັງລວມແຫ່ງຊາດ St.Petersburg ເນັ້ນໜັກວ່າ ທ່ານ “ເອົາໃຈໃສ່ເປັນພິເສດເຖິງການຕໍ່ສູ້ຕ້ານການສໍ້ລາດບັງຫລວງ ໂດຍພັກກອມມູນິດ ຫວຽດນາມ ລິເລີ່ມ ບໍ່ມີເຂດຫ້າມ, ບໍ່ມີກໍລະນີໃຫ້ບຸລິມະສິດ, ນັບທັງບັນດາເຈົ້າໜ້າທີ່ຂັ້ນສູງ ຍັງຕ້ອງຖືກຮັບຜິດຊອບທາງວິໄນ ແລະ ຮັບຜິດຊອບທາງອາຍາ”.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top