• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານ ການາດາ ຕີລາຄາ ຫວຽດນາມ ໄດ້ນຳ APEC ໄປຖືກທິດ

ທ່ານ Stewart Beck ຖືວ່າ, ມີ 2 ໝາກຜົນສຳຄັນຈາກກອງປະຊຸມຢູ່ ດ່ານັ້ງ. ທີໜຶ່ງ, ແມ່ນບັນດາພື້ນຖານເສດຖະກິດສະມາຊິກລ້ວນແຕ່ ຮັບຮູ້ວ່າ ຫວຽດນາມ ພວມກາຍເປັນຄູ່ຮ່ວມມືເສດຖະກິດໃຫຍ່, ບໍ່ພຽງແຕ່ສະແດງໃຫ້ເຫັນໃນໝາກຜົນ APEC 2017

ທ່ານ Stewart Beck, ປະທານ ທັງເປັນຜູ້ອຳນວຍການບໍລິຫານ (CEO) ກອງທຶນ ອາຊີ - ປາຊີຟິກ ການາດາ
ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ການາດາ, ທ່ານ Stewart Beck, ປະທານ ທັງເປັນຜູ້ອຳນວຍການບໍລິຫານ (CEO) ກອງທຶນ ອາຊີ - ປາຊີຟິກ ການາດາ, ຖືວ່າ: ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 25 ໄດ້ສິ້ນສຸດລົງຢ່າງຈົບງາມ ດ້ວຍບັນດາການປະກອບສ່ວນສຳຄັນຂອງພື້ນຖານເສດຖະກິດເຈົ້າພາບ ແລະ ຄຳໝັ້ນສັນຍາແທດຈິງຂອງບັນດາພື້ນຖານເສດຖະກິດສະມາຊິກ.
        ທ່ານ Stewart Beck ຖືວ່າ, ມີ 2 ໝາກຜົນສຳຄັນຈາກກອງປະຊຸມຢູ່ ດ່ານັ້ງ. ທີໜຶ່ງ, ແມ່ນບັນດາພື້ນຖານເສດຖະກິດສະມາຊິກລ້ວນແຕ່ ຮັບຮູ້ວ່າ ຫວຽດນາມ ພວມກາຍເປັນຄູ່ຮ່ວມມືເສດຖະກິດໃຫຍ່, ບໍ່ພຽງແຕ່ສະແດງໃຫ້ເຫັນໃນໝາກຜົນ APEC 2017 ແລະ ພື້ນຖານເສດຖະກິດຂະຫຍັນຂັນເຄື່ອນຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນການປ່ຽນແປງຢ່າງແຮງເມື່ອທຽບໃສ່ຈຸດເວລາເປັນເຈົ້າພາບຈັດຕັ້ງເຫດການກ່ອນນີ້ 11 ປີອີກດ້ວຍ.
        ໝາກຜົນສຳຄັນທີ 2 ແມ່ນບັນດາຄຳໝັ້ນສັນຍາແທດຈິງໄດ້ຍົກອອກມາທີ່ເວທີປາໄສ. ຕາມທ່ານ Stewart Beck ແລ້ວ, ມີເຖິງ 20 ໃນຈຳນວນ 21 ພື້ນຖານເສດຖະກິດສະມາຊິກ APEC, ເວັ້ນເສຍແຕ່ ອາເມລິກາ, ໄດ້ໃຫ້ຄຳໝັ້ນສັນຍາເປີດປະຕູກັບລະບົບການຄ້າທົ່ວໂລກ. ການນຳບັນດາພື້ນຖານເສດຖະກິດເກືອບທັງໝົດ ລ້ວນແຕ່ຕັດສິນໃຈເດີນຕາມໂລກາພິວັດ ແລະ ພັດທະນາເສດຖະກິດຜ່ານການຄ້າ.
 (ແຫຼ່ງຄັດຈາກ VOV)
 
 

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top