• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານສາກົນຕີລາຄາສູງບົດບາດຂອງຫວຽດນາມສຳລັບ APEC 2017

      ສາດສະດາຈານ Yeah Kim Leng ສັງກັດມະຫາວິທະຍາໄລ Sunway ປະເທດ ມາເລເຊຍ ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ສຳລັບບັນດາການເຄື່ອນໄຫວຂອງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟີກ (APEC) ປີ 2017 ພ້ອມທັງສະແດງຄວາມຫວັງຫລາຍຢ່າງຕໍ່ບັນດາໝາກຜົນທີ່ບັນລຸໄດ້ຢູ່ APEC ຄັ້ງນີ້ ດ້ວຍບົດບາດຂອງປະເທດເຈົ້າພາບຫວຽດນາມ. 

ພາບປະກອບ
      ຕາມສາດສະດາຈານ Yeah Kim Leng  ແລ້ວ, ຫົວຂໍ້ “ສ້າງກຳລັງຫນູນໃຫມ່ຕື່ມອີກ, ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ” ຊື່ງຫວຽດນາມ ໄດ້ຍົກອອກມາໃຫ້ປີ APEC 2017 ແມ່ນເໝາະສົມ ຂະນະທີ່ ອາຊີ - ປາຊີຟີກ ປະຈຸບັນຍັງຄົງແມ່ນພາກພື້ນພັດທະນາຢ່າງຂະຫຍັນຂັນເຄື່ອນກວ່າໝູ່ໃນໂລກ. ກ່ຽວກັບບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປັນເຈົ້າພາບຂອງ APEC 2017, ສາດສະດາຈານ Yeah Kim Leng  ຖືວ່າ: ຖ້າຫາກຫວຽດນາມລະດົມເປັນເຄືອຄ່າຍໄດ້, ເວລານັ້ນບັນດາປະເທດສະມາຊິກ ສາມາດເພີ່ມທະວີຄວາມມານະພະຍາຍາມ, ມຸ່ງໄປເຖິງການເຊື່ອມໂຍງເຂົ້າກັບພາກພື້ນ. ສິ່ງດັ່ງກ່າວຈະຊ່ວຍສ້າງເວທີປາໄສລວມເພື່ອຮັບປະກັນວ່າ: ການຄ້າໃນພາກພື້ນ ອາຊີ ປາຊີຟີກ ສືບຕໍ່ໄດ້ຮັບການຫັນເປັນເສລີ.
      ສ່ວນທ່ານສາດສະດາຈານ Go Ito ນັກຊ່ຽວຊານຂະແຫນງພົວພັນກັບສາກົນ, ວິທະຍາສາດການເມືອງ, ມະຫາວິທະຍາໄລ Meji ໄດ້ຢືນຢັນເຖິງບົດບາດສຳຄັນຂອງຫວຽດນາມໃນວິວັດການຮ່ວມມື APEC ກໍຄືຄວາມໝາຍຂອງເລື່ອງຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ APEC 2017. ຕາມທ່ານສາດສະດາຈານແລ້ວ, ໃນ ອາຊຽນ, ຫວຽດນາມ ແມ່ນປະເທດມີພື້ນຖານເສດຖະກິດພວມພົ້ນເດັ່ນຂຶ້ນ ດ້ວຍລະດັບເຕີບໂຕເປັນຫນ້າປະທັບໃຈ. ເລື່ອງຫວຽດນາມ ເປັນເຈົ້າພາບ ຈັດຕັ້ງກອງປະຊຸມ APEC ເປັນຄັ້ງທີສອງແມ່ນສະແດງໃຫ້ເຫັນຄວາມສຳຄັນໃນນະໂຍບາຍ ຍາວນານ ຂອງຫວຽດນາມກ່ຽວກັບການຫັນການພົວພັນຕ່າງປະເທດເປັນຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍ.
      ໃນຂະນະນັ້ນ ສາດສະດາຈານ Carl Thayer ນັກຊ່ຽວຊານຄົ້ນຄ້ວາກ່ຽວກັບຫວຽດນາມ ສັງກັດວິທະຍາຄານປ້ອງກັນຊາດ ອົດສະຕາລີ ຖືວ່າ: ຫວຽດນາມ ໄດ້ມານະພະຍາຍາມຊຸກຍູ້ໂຄງການດຳເນີນງານປະຕິຮູບຂອງ APEC ໃນການປະຊຸມຂອງບັນດາກຸ່ມປະຕິບັດງານ, ບັນດາເຈົ້າຫນ້າອາວຸໂສ ແລະ ບັນດາລັດຖະມົນຕີ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top