• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກການເມືອງອິນເດຍ: ນະໂຍບາຍການຕ່າງປະເທດທີ່ເປັນເຈົ້າການຂອງຫວຽດນາມ ຊ່ວຍສ້າງອະນາຄົດຂອງປະເທດຊາດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເນັ້ນໜັກເຖິງ 5 ບັນຫາບຸລິມະສິດຂອງການພົວພັນຕ່າງປະເທດຂອງຫວຽດນາມ, ໃນນັ້ນມີການສືບຕໍ່ຍົກສູງການພົວພັນຕ່າງປະເທດຫຼາຍຝ່າຍ, ເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມໂລກ, ສະແດງໃຫ້ເຫັນຄຳໝັ້ນສັນຍາສຳຄັນຂອງຫວຽດນາມ ໃນການເພີ່ມທະວີການມີສ່ວນຮ່ວມໃນທົ່ວໂລກ.
ພາບປະກອບ

ໃນສະພາບການໂລກທີ່ນັບມື້ນັບສັບສົນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເນັ້ນໜັກເຖິງ 5 ບັນຫາບຸລິມະສິດຂອງການພົວພັນຕ່າງປະເທດຂອງຫວຽດນາມ, ໃນນັ້ນມີການສືບຕໍ່ຍົກສູງການພົວພັນຕ່າງປະເທດຫຼາຍຝ່າຍ, ເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມໂລກ, ສະແດງໃຫ້ເຫັນຄຳໝັ້ນສັນຍາສຳຄັນຂອງຫວຽດນາມ ໃນການເພີ່ມທະວີການມີສ່ວນຮ່ວມໃນທົ່ວໂລກ. ນີ້ແມ່ນຂໍ້ສັງເກດຂອງທ່ານ G. Devarajan, ເລຂາທິການໃຫຍ່ພັກ All India Forward Bloc  ທີ່ໄດ້ຍົກອອກມາເມື່ອບໍ່ດົນມານີ້

   ຕາມທ່ານ Devarajan ແລ້ວ, ບັນດາບຸລິມະສິດທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມໄດ້ວາງອອກແມ່ນສອດຄ່ອງກັບຜົນປະໂຫຍດຂອງປະເທດຊາດໃນໄລຍະຍາວນານຂອງຫວຽດນາມ. ເພີ່ມທະວີການພົວພັນຕ່າງປະເທດຫຼາຍຝ່າຍ ແລະ ເສີມຂະຫຍາຍບົດບາດທີ່ຕັ້ງໜ້າໃນປະຊາຄົມໂລກ ຈະຍົກສູງແງ່ຫວັງເສດຖະກິດຂອງຫວຽດນາມ ໂດຍຜ່ານການດຶງດູດເງິນລົງທຶນຈາກຕ່າງປະເທດ, ເພີ່ມທະວີການພົວພັນຄູ່ຮ່ວມມືດ້ານການຄ້າ ແລະ ການເຂົ້າເຖິງບັນດາຕະຫຼາດໃໝ່;, ຊ່ວຍປະເທດ ປົກປ້ອງຜົນປະໂຫຍດແຫ່ງຊາດໃນຂອບເຂດການຮ່ວມມື, ພ້ອມດຽວກັນນັ້ນກໍ່ນຳມາເຊິ່ງພື້ນຖານເພື່ອໃຫ້ຫວຽດນາມ ເສີມຂະຫຍາຍ ບັນດາ ຄຸນຄ່າຂອງຕົນ, ໃນນັ້ນມີການເຄົາລົບ ກົດໝາຍສາກົນ, ອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ, ພິເສດແມ່ນ ໃນສະພາບຄວາມ ເຄັ່ງຕຶງ ຢູ່ທະເລຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top